ທ່ານຮອງປະທານສະພາແຫ່ງຊາດ Uong Chu Luu ໃຫ້ການຕ້ອນຮັບ ຄະນະຜູ້ແທນລັດເຊຍ

ທ່ານຮອງປະທານສະພາແຫ່ງຊາດ Uong Chu Luu ໃຫ້ການຕ້ອນຮັບ ຄະນະຜູ້ແທນລັດເຊຍ - ảnh 1
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Uong Chu Luu ​​ຕ້ອນຮັບ
​ທ່ານ Chereshnhev Valeriy Alexandrovich


( vovworld ) – ຕອນ​ບ່າຍ​ວັນ​ທີ 3/4, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Uong Chu Luu ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກຳມາ​ທິການ​ວິທະຍາ​ສາດ - ​​ເຕັກ​ໂນ​ໂລ​ຊີ​ສູງ Duma ​ແຫ່ງ​ຊາດສະຫະພັນ​ລັດ​ເຊຍ ​ໂດຍ​ທ່ານ Chereshnhev Valeriy Alexandrovich ​ເປັນ​ຫົວໜ້າ​ຄະນະ​ທີ່ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ນະ​ທີ່​ນີ້, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Uong Chu Luu ປາດ​ຖະໜາ​ວ່າສະພາ​ແຫ່ງ​ຊາດຂອງສອງປະ​ເທດ​ມີ​ການ​ພົບ​ປະ​ແລກປ່ຽນ ບົດຮຽນ ​ແລະ ຄວາມ​ຮູ້​ທາງ​ດ້ານ​ສ້າງ​ກົດໝາຍເປັນ​ປະຈຳ, ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ໜູນ​ຊ່ວຍ​ລັດຖະບານ​ສອງ​ປະ​ເທດ​ໃນ​ການ​ສ້າງ​ພື້ນຖານ​ນິຕິ​ກຳ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມືສອງ​ຝ່າຍ. ອົງການ​ນິຕິ​ບັນຍັດ​ຂອງສອງ​ປະ​ເທດ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມືຢ່າງເລິກ​ເຊິ່ງ ​ແລະ ກວ້າງຂວາງ​ກ່ວາ​ອີກ​​ໃນ​ການ​ພົວພັນ​ສອງ​ຝ່າຍ ​ແລະ ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​​ໃນ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​. ສ່ວນ​ທ່ານ Chereshnhev Valeriy Alexandrovich ​ໄດ້​ຢືນຢັນ​ວ່າ; ຍາມ​ໃດ ສະຫະພັນ​ລັດ​ເຊຍ ກໍ​ຖື​ການ​ພັດທະນາການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຫວຽ​ດນາມ ​ເປັນ​ສຳຄັນ. ສະຫະພັນ​ລັດ​ເຊຍ ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ຊ່ວຍ​ເຫຼືອຫວຽດນາມ ​ໃນ​ຂົງ​ເຂດ​ນິຕິ​ບັດ​ຍັດ ​ແລະ ວິທະຍາສາດ​ເຕັກນິກ.

ຂ່າວ/ບົດ​ອື່ນ