ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກັວກຫຽນ ຕ້ອນຮັບຄະນະກໍາມະການອາຊີບຫາປາລັດຖະສະພາເອີຣົບ

(VOVWORLD) -ຕອນເຊົ້າວັນທີີ 30 ຕຸລາ, ທີ່ສໍານັກງານສະພາແຫ່ງຊາດຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກັວກຫຽນ ໄດ້ໃຫ້ການຕ້ອນຮັບຄະນະກໍາມະການອາຊີບຫາປາ ຂອງລັດຖະສະພາເອີຣົບ (EP) ໂດຍທ່ານ Mato Gabriel ສະມາຊິກລັດຖະສະພາ, ໂຄສົກຂອງຄະນະກໍາມະການອາຊີບຫາປາ ນໍາໜ້າ, ເຊິ່ງພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. 
ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກັວກຫຽນ ຕ້ອນຮັບຄະນະກໍາມະການອາຊີບຫາປາລັດຖະສະພາເອີຣົບ - ảnh 1ທ່ານ ຟຸ່ງກັວກຫຽນ ຕ້ອນຮັບຄະນະກໍາມະການອາຊີບຫາປາ ຂອງລັດຖະສະພາເອີຣົບ (EP) ໂດຍທ່ານ Mato Gabriel ສະມາຊິກລັດຖະສະພາ, ໂຄສົກຂອງຄະນະກໍາມະການອາຊີບຫາປາ ນໍາໜ້າ (ພາບ: quochoi.vn)

ທີ່ການຕ້ອນຮັບ, ທ່ານ ຟຸ່ງກັວກຫຽນ ຕີລາຄາສູງຕໍ່ເລື່ອງ ຄະນະກໍາມະການເອີີຣົບ ໄດ້ຮັບຮອງເອົາເລື່ອງຍື່ນສະເໜີຕໍ່ສະພາເອີຣົບ ພິຈາລະນາການຕົກລົງເພື່ອລົງນາມໃນສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ອີຢູ (EVFTA) ຢ່າງເປັນທາງການ; ພ້ອມທັງຢັ້ງຢືນວ່າ ລັດຖະສະພາເອີຣົບ ສວມບົດບາດສໍາຄັນໃນກົນໄກອອກຂໍ້ຕົກລົງຂອງ ອີຢູ. ທ່ານ ຟຸ່ງກັວກຫຽນ ປາດຖະໜາວ່າ ຈະສືບຕໍ່ໄດ້ຮັບຄວາມສະໜັບສະໜູນຈາກລັດຖະສະພາເອີຣົບ ຊຸກຍູ້ການລົງນາມ ແລະ ໃຫ້ສັດຕະຍາບັນ ສັນຍາ EVFTA ໃນໄລຍະເວລາໄວເທົ່າທີ່ຈະໄວໄດ້.

ກ່ຽວກັບບັນຫາຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ມີການຄຸ້ມຄອງ ແລະ ບໍ່ລາຍງານ ນັ້ນ, ທ່ານ ຟຸ່ງກັວກຫຽນ ເນັ້ນໜັກວ່າ ຫວຽດນາມ ພວມມານະພະຍາຍາມຜັນຂະຫຍາຍຢ່າງຄົບຊຸດບັນດາມາດຕະການແກ້ໄຂການແຈ້ງເຕືອນ “ບັດເຫຼືອງ” ຢ່າງມີປະສິດທິຜົນທີ່ສຸດ, ເໝາະສົມກັບສະພາບການຕົວຈິງທີ່ສຸດ. ທ່ານ ຟຸ່ງກັວກຫຽນ ສະເໜີ ທ່ານ Mato Gabriel ວ່າ ດ້ວຍບົດບາດເປັນໂຄສົກຂອງຄະນະກໍາມະການອາຊີບຫາປາຂອງ ລັດຖະສະພາເອີຣົບ ກໍຄືບັນດາສະມາສິກສະພາແຫ່ງຊາດເອີຣົບ ທີ່ມີສຽງເວົ້າ ສະໜັບສະໜູນເລື່ອງຄະນະກໍາມະການເອີຣົບ ພິຈາລະນາຄວາມຕັ້ງໜ້າ ແລະ ຄວາມມານະພະຍາຍາມຂອງຫວຽດນາມ ເພື່ອລົບລ້າງ “ບັດເຫຼືອງ” ສໍາລັບການສົ່ງອອກສິນໃນນໍ້າຂອງຫວຽດນາມ ໄປຍັງ ສະຫະພາບເອີຣົບ. 

ຕອບກັບ

ຂ່າວ/ບົດ​ອື່ນ