ທ່ານຮອງປະທານສະພາແຫ່ງຊາດ ຟູ່ງກວກຫຽນ ຢ້ຽມຢາມລາຊະອານາຈັກ ມາຣົກ

(VOVWORLD) - ແຕ່ວັນທີ 2 -4 ກໍລະກົດ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ຟູ່ງກວກຫຽນ, ຮອງປະທານສະພາແຫ່ງຊາດ ນຳໜ້າ, ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ລາຊະອານາຈັກ ມາຣົກ. ທ່ານຮອງປະທານສະພາແຫ່ງຊາດ ຟູ່ງກວກຫຽນ ໄດ້ເຈລະຈາກັບປະທານສະພາຕ່ຳ ມາຣົກ Habib El Malki, ຮອງປະທານສະພາສູງ Abdessamad Kayoud. 

ທ່ານຮອງປະທານສະພາແຫ່ງຊາດ ຟູ່ງກວກຫຽນ ຢ້ຽມຢາມລາຊະອານາຈັກ ມາຣົກ - ảnh 1 ທ່ານ ຟູ່ງກວກຫຽນ ຢູ່ ມາຣົກ

(ພາບ: Đào Cường/VOV-Paris)

ທ່ານປະທານສະພາຕ່ຳ ມາຣົກ Habib El Malki ໄດ້ຕີລາຄາສູງບົດບາດສາກົນຂອງ ຫວຽດນາມ ໃນຊຸມປີມໍ່ໆມານີ້ ແລະ ຖືວ່າ ສອງປະເທດອາດຈະເປີດທິດທາງການຮ່ວມມືຈາກພຶື້ນຖານການພົວພັນຄືໃນປະຈຸບັນ, ໃນນັ້ນມີການຮ່ວມມືລັດຖະສະພາ, ເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະ ກັນລະຫວ່າງ 2 ຊາດ. ໄລຍະຈະມາເຖິງ, ຫວຽດນາມ ແລະ ມາຣົກ ຈະຈັດກອງປະຊຸມຄະນະກຳມະການຮ່ວມມືລະຫວ່າງລັດຖະບານ 2 ປະເທດ. 2 ຝ່າຍກໍ່ມີແຜນການຈັດຕັ້ງກອງປະຊຸມສະພາວິສາຫະກິດ ມາຣົກ - ຫວຽດນາມ, ປຶກສາຫາລືກ່ຽວກັບໂຄງການຮ່ວມມືເສດຖະກິດລະອຽດ.

        ທີ່ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ຟູ່ງກວກຫຽນ ເນັ້ນໜັກວ່າ: ການຢ້ຽມຢາມຂອງຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ຄັ້ງນີ້ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງອົງການນິຕິບັນຍັດ 2 ປະເທດ, ຜ່ານນັ້ນ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ມາຣົກ ໃນໄລຍະຈະມາເຖິງ. ທ່ານຮອງປະທານສະພາແຫ່ງຊາດ ຟູ່ງກວກຫຽນ ສະເໜີໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ, ສືບຕໍ່ເສີມຂະຫຍາຍການສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ພິເສດແມ່ນໃນຂອບເຂດ ສປຊ, ປະຊາຄົມບັນດາປະເທດໃຊ້ພາສາ ຝຣັ່ງ, ຂະບວນການບໍ່ຮ່ວມກຸ່ມ…

ຕອບກັບ

ຂ່າວ/ບົດ​ອື່ນ