ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວາງຈູລືວ ຢ້ຽມຢາມ ສ.ເກົາຫຼີ

(VOVWORLD) - ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ນຳໂດຍ ທ່ານຮອງປະທານສະພາແຫ່ງຊາດ ອວາງຈູລືືວ ເປັນຫົວໜ້າຄະນະ, ພວມມີການຢ້ຽມຢາມ ສ.ເກົາຫຼີ ແຕ່ວັນທີ 29 ມິຖຸນາ ຫາ ວັນທີ 01 ກໍລະກົດ ເພື່ອແນໃສ່ເພີ່ມທະວີການພົວພັນລະຫວ່າງອົງການນິຕິບັນຍັດຂອງສອງປະເທດກວ່າອີກ.

ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວາງຈູລືວ ຢ້ຽມຢາມ ສ.ເກົາຫຼີ - ảnh 1 ທ່ານຮອງປະທານສະພາແຫ່ງຊາດ ອວາງຈູລືືວ ໄດ້ພົບປະກັບ

ທ່ານຮອງປະທານສະພາແຫ່ງຊາດ ສ.ເກົາຫຼີ Park Ju-seon

(ພາບ: TTXVN)

ວັນທີ 29 ມິຖຸນາ, ທ່ານຮອງປະທານສະພາແຫ່ງຊາດ ອວາງຈູລືືວ ໄດ້ພົບປະເຈລະຈາ ກັບ ທ່ານຮອງປະທານສະພາແຫ່ງຊາດ ສ.ເກົາຫຼີ Park Ju-seon ຢູ່ນະຄອນ Seoul. ທີ່ການພົບປະເຈລະຈາ, ທ່ານຮອງປະທານສະພາແຫ່ງຊາດ ຖືວ່າ ສອງຝ່າຍຈຳເປັນຕ້ອງສືບຕໍ່ຊຸກຍູ້ບັນດາການຢ້ຽມຢາມ, ພົບປະຂັ້ນສູງເພື່ອແນໃສ່ເພີ່ມທະວີເປີດກວ້າງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ເປີດກວ້າງການຮ່ວມມື, ນຳການພົວພັນສອງປະເທດເຂົ້າລວງເລິກ; ເພີ່ມທະວີເປີດກວ້າງບັນດາຂົງເຂດຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຸກຍູ້ການຮ່ວມມືເສດຖະກິດການຄ້າໃຫ້ພັດທະນາຢ່າງມີສະຖຽນລະພາບ, ດຸນດ່ຽງ ແລະ ໝັ້ນຄົງ.  ທ່ານຮອງປະທານສະພາແຫ່ງຊາດ ອວາງຈູລືືວ ໃຫ້ຮູ້ວ່າ ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ປາຖະໜາ ແລະ ກຽມພ້ອມຈະຮ່ວມມືຢ່າງແໜ້ນແຟ້ນ ກັບສະພາແຫ່ງຊາດ ສ.ເກົາຫຼີ ເພື່ອຊ່ວຍໜູນ ແລະ ຊຸກຍູ້ການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງສອງປະເທດ, ພ້ອມທັງສະເໜີໃຫ້ສອງຝ່າຍເພີ່ມທະວີການສົມທົບກັນຮ່ວມມືຢູ່ບັນດາເວທີປາໄສ ລັດຖະສະພາລະຫວ່າງຊາດໂລກ ແລະ ພາພື້ນ ເຊິ່ງສອງປະເທດເປັນສະມາຊິກ.

        ສ່ວນ ທ່ານຮອງປະທານສະພາແຫ່ງຊາດ ສ.ເກົາຫຼີ Park Ju-seon ເນັ້ນໜັກເຖິງຄວາມຈຳເປັນຕ້ອງເພີ່ມທະວີການພົວພັນລະຫວ່າງສອງອົງການນິຕິບັນຍັດ ໃນສະພາບທີ່ການພົວພັນລະຫວ່າງສອງປະເທດ ໃນປະຈຸບັນພວມພັດທະນາເປັນຢ່າງດີໃນທຸກດ້ານ.

        ໃນຕອນບ່າຍວັນທີ 29 ມິຖຸນາ, ທ່ານຮອງປະທານສະພາແຫ່ງຊາດ ອວາງຈູລືວ ໄດ້ມີການພົບປະກັບ ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Lee Nak-yeon ຢູ່ນະຄອນ Seoul. ນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ອວາງຈູລືວ ເນັ້ນໜັກວ່າ ຫວຽດນາມຈະ ສະໜັບສະໜູນ ຄວາມມານະພະຍາຍາມເຈລະຈາເພື່ອຮັກສາສັນຕິພາບ, ສະຖຽນລະຖາບ, ການປອດນິວເຄຍຢູ່ແຫຼມເກົາຫຼີ; ສະເໜີ ສ.ເກົາຫຼີ ໜູນຊ່ວຍ ຫວຽດນາມ ອອກສະໝັກເລືອກຕັ້ງເຂົ້າຕຳແໜ່ງ ຜູ້ອຳນວນການໃຫຍ່ອົງການຈັດຕັ້ງສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງສະປະຊາຊາດ (UNESCO) ອາຍຸການ 2017-2021.

        ກ່ອນໜ້ານັ້ນ, ຕອນເຊົ້າຂອງວັນດຽວກັນ, ທ່ານຮອງປະທານສະພາແຫ່ງຊາດ ອວາງຈູລືວ ແລະ ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ກໍ່ໄດ້ຢ້ຽມຢາມສຳນັກງານຂອງກຸ່ມບໍລິສັດ Samsung ຢູ່ນະຄອນ Suwon, ເມືອງເອກຂອງແຂວງ Gyeonggy, ຫ່າງຈາກນະຄອນ Seoul ໄປທາງທິດໃຕ້ປະມານ 40 ກິໂລແມັດ.

ຕອບກັບ

ຂ່າວ/ບົດ​ອື່ນ