ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ຕ້ອນຮັບຄະນະກຸ່ມສະມາຊິກລັດຖະສະພາມິດຕະພາບ ຣູມານີ - ຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 29 ມີນາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ ໄດ້ໃຫ້ການຕ້ອນຮັບຄະນະກຸ່ມສະມາຊິກລັດຖະສະພາມິດຕະພາບ ຣູມານີ - ຫວຽດນາມ ໂດຍທ່ານ Lucian – Eduard Simion, ປະທານກຸ່ມເປັນຫົວໜ້າຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ ຕ້ອນຮັບຄະນະຜູ້ແທນສະພາວິສາຫະກິດອາເມລິກາ - ອາຊຽນ

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ປາດຖະໜາວ່າ ກຸ່ມສະມາຊິກລັດຖະສະພາມິດຕະພາບສອງປະເທດຈະມີບັນດາການເຄື່ອນໄຫວຢ່າງຕັ້ງໜ້າ ເພື່ອສືບຕໍ່ຮັກສາການພົບປະແລກປ່ຽນຄະນະຜູ້ແທນ, ແບ່ງປັນຂໍ້ມູນຂ່າວສານ ແລະ ບົດຮຽນໃນການເຄື່ອນໄຫວຂອງລັດຖະສະພາ. ຈາກນັ້ນ, ຊຸກຍູ້ການເຊື່ອມຕໍ່ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ.

        ທ່ານປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຣູມານີ - ຫວຽດນາມ Lucian – Eduard Simion ຢັ້ງຢືນວ່າ ທ່ານຈະມານະພະຍາມຈົນສຸດຄວາມສາມາດຂອງຕົນ, ເປັນຕົ້ນແມ່ນການກະທົບເພື່ອໃຫ້ສະຫະພາບເອີລົບ (EU) ລົງນາມໃນສັນຍາການຄ້າເສລີ (EVFTA) ແລະ ຮັບຮອງເອົາກົນລະບຽບເສດຖະກິດການຕະຫຼາດໃຫ້ແກ່ຫວຽດນາມ ຢ່າງເປັນທາງການໂດຍໄວ.

        ແລະກໍໃນຕອນບ່າຍຂອງວັນທີ 29 ມີນາ, ທີ່ຫໍປະຊຸມສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລືວ ກໍໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາວິສາຫະກິດອາເມລິກາ - ອາຊຽນ, ໂດຍທ່ານປະທານຄະນະກຳມະການຫວຽດນາມຂອງສະພາ  Alexander C.Feldman ນຳໜ້າ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ຖືວ່າ ສະພາວິສາຫະກິດອາເມລິກາ - ອາຊຽນ ແມ່ນຂົວຕໍ່ໃຫ້ປະຊາຄົມວິສາຫະກິດອາເມລິກາເຂົ້າມາລົງທຶນຢູ່ຫວຽດນາມ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງລັດຖະບານສອງປະ.

        ທ່ານປະທານຄະນະກຳມະການຫວຽດນາມ ຂອງສະພາວິສາຫະກິດອາເມລິກາ - ອາຊຽນໃຫ້ຮູ້ວ່າ ປະຊາຄົມວິສາຫະກິດອາເມລິກາປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງປະເທດຈະຊຸກຍູ້ການພົວພັນດ້ານການຄ້າ - ການລົງທຶນສອງຝ່າຍກວ່າອີກ.  

ຕອບກັບ

ຂ່າວ/ບົດ​ອື່ນ