ທ່ານຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນກວາງ​ເຟືອງ ​ເຮັດ​ວຽກ​ຢູ່​ແຂວງ ຮ່າ​ຢາງ

(VOVWORLD) - ທີ່ການເຮັດວຽກ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ຮ່າຢາງ ຫງວຽນວັນເຊີນ ໃຫ້ຮູ້ວ່າ ແຂວງຮ່າຢາງ ໄດ້ປະຕິບັດສຳເລັດ ແລະ ລື່ນກາຍບັນດາຄາດໝາຍ, ເປົ້າໝາຍໂດຍໂຄງການທີ່ໄດ້ວາງອອກ.
ທ່ານຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນກວາງ​ເຟືອງ ​ເຮັດ​ວຽກ​ຢູ່​ແຂວງ ຮ່າ​ຢາງ - ảnh 1ທ່ານ ເຈິ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ວັນທີ 7 ກໍລະກົດ, ຄະນະຕິດຕາມກວດກາຂອງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ເຈິ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດ, ຫົວໜ້າຄະນະຕິດຕາມກວດກາຂອງສະພາແຫ່ງຊາດ ໄດ້ມີການເຮັດວຽກກັບແຂວງ ຮ່າຢາງ ກ່ຽວກັບການປະຕິບັດບັນດາມະຕິຂອງສະພາແຫ່ງຊາດກ່ຽວກັບໂຄງການເປົ້າໝາຍແຫ່ງຊາດ ວ່າດ້ວຍການສ້າງຊົນນະບົດໃໝ່ ໄລຍະ 2021 – 2025, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2021 – 2025, ພັດທະນາເສດຖະກິດ - ສັງຄົມເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ໄລຍະ 2021 – 2030”.

ທີ່ການເຮັດວຽກ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ຮ່າຢາງ ຫງວຽນວັນເຊີນ ໃຫ້ຮູ້ວ່າ ແຂວງຮ່າຢາງ ໄດ້ປະຕິບັດສຳເລັດ ແລະ ລື່ນກາຍບັນດາຄາດໝາຍ, ເປົ້າໝາຍໂດຍໂຄງການທີ່ໄດ້ວາງອອກ. ປີ 2022 , ອັດຕາຄອບຄົວທຸກຍາກຈາກຫຼາຍສົ້ນຂອງແຂວງຮ່າຢາງ ຫຼຸດລົງ 5,12% (ຕາມແຜນການວາງອອກແມ່ນ 4%), ອັດຕາຄອບຄົວຊົນເຜົ່າສ່ວນໜ້ອຍທຸກຍາກ ຫຼຸດລົງ 5,87%... ແຂວາງຮ່າຢາງ ໄດ້ລະດົມແຫຼ່ງກຳລັງໃຫ້ແກ່ການລົງທຶນພື້ນຖານໂຄງການ, ຍົກສູງຊີວິດດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນ, ອະນຸລັກຮັກສາຮີດຄອງປະເພນີວັດທະນະທຳຂອງພໍ່ແມ່ປະຊາຊົນບົນດາເຜົ່າ… ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າເທື່ອລະກ້າວ.

ກ່າວຄຳເຫັນນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ໄດ້ສະເໜີແຂວງຮ່າຢາງ ສືບຕໍ່ເອົາໃຈໃສ່, ຊີ້ນຳຢ່າງໃຊ້ກິດກ່ວາອີກ, ຜັນຂະຫຍາຍ, ທະວີຄູນວິທີການທີ່ດີ, ມີປະສິດທິຜົນ, ຕັດສິນໃຈປ່ອຍ 100% ເງິນລົງທຶນ ແລະ ປະຕິບັດສຳເລັດບັນດາເປົ້າໝາຍຂອງໂຄງການຕ່າງໆໃນປີ 2025. ທາງແຂວງ ຕ້ອງກຳນົດຢ່າງຈະແຈ້ງວ່າ ການສ້າງຊົນນະບົດໃໝ່, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ພັດທະນາເສດຖະກິດ - ສັງຄົມ ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍແມ່ນ ໂຄງການທີ່ມີຜົນກະທົບໃນວົງກວ້າງ, ຮອບດ້ານຕໍ່ເສດຖະກິດ - ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ