ທ່ານຮອງປະທານສະພາແຫ່ງຊາດ ໂດ໋ບ໊າຕິ ຕິດຕາມກວດກາການປະຕິບັດໂຄງການ ກໍ່ສ້າງເສັ້ນທາງພູຫຼວງທາງທິດຕາເວັນອອກ

(VOVWORLD) -ພາຍໃນ 4 ວັນ ແຕ່ວັນທີ 21 – 24 ສິງຫາ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ໂດ໋ບ໊າຕິ ພ້ອມດ້ວຍຄະນະປະຕິບັດງານ ໄດ້ລົງໄປຕິດຕາມກວດກາການຜັນຂະຫຍາຍການກໍ່ສ້າງເສັ້ນທາງພູຫຼວງທາງທິດຕາເວັນອອກ ຢູ່ບັນດາແຂວງທາງພາກກາງ ແລະ ໄຕງວຽນຂອງຫວຽດນາມ.

ທ່ານຮອງປະທານສະພາແຫ່ງຊາດ ໂດ໋ບ໊າຕິ ຕິດຕາມກວດກາການປະຕິບັດໂຄງການ ກໍ່ສ້າງເສັ້ນທາງພູຫຼວງທາງທິດຕາເວັນອອກ - ảnh 1ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ໂດ໋ບ໊າຕິກ່າວຄໍາເຫັນທີ່ການເຮັດວຽກ 

(ພາບ:  TTXVN)

ໃນນັ້ນ, ເສັ້ນທາງພູຫຼວງທາງທິດຕາເວັນອອກໄດ້ໄປຜ່ານແຂວງກອນຕູມ ເຊິ່ງມີຄວາມຍາວ 52 km ນັ້ນ ໄດ້ກໍ່ສ້າງສໍາເລັດ ແລະ ນໍາເຂົ້າໃຊ້ການເຄື່ອນໄຫວແລ້ວ, ອັນໄດ້ປະກອບສ່ວນເຊື່ອມຕໍ່ແຂວງກອນຕູມ ກັບບັນດາແຂວງຢູ່ທາງພາກກາງ. ພິເສດແມ່ນ ເສັ້ນທາງດັ່ງກ່າວ ໄດ້ກໍ່ສ້າງຜ່ານເຂດທີ່ມີພໍ່ແມ່ພີ່ນ້ອງຊາວເຜົ່າສ່ວນໜ້ອຍດໍາລົງຊີວິດຫຼາຍ, ຜ່ານນັ້ນ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ, ຮັກສາຄວາມໝັ້ນຄົງ ແລະ ການເມືອງ; ສ້າງກໍາລັງໜູນໃຫ້ແກ່ພໍ່ແມ່ພີ່ນ້ອງຊາວເຜົ່າສ່ວນໜ້ອຍບືນຕົວຂຶ້ນພັດທະນາເສດຖະກິດ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ.

        ພາຍຫຼັງດໍາເນີນການຕິດຕາມກວດກາສະພາບການຕົວຈິງຂອງວຽກງານຜັນຂະຫຍາຍໂຄງການດັ່ງກ່າວແລ້ວ, ວັນທີ 24 ສິງຫາ, ທ່ານຮອງປະທານສະພາແຫ່ງຊາດ ໂດ໋ບ໊າຕິ ພ້ອມດ້ວຍຄະນະ ໄດ້ມີການເຮັດວຽກກັບບັນດາກະຊວງ, ຂະແໜງການ ແລະ ແຂວງ ເລີມດົງ ທີ່ນະຄອນດາຫຼາດ ເພື່ອຕີລາຄາໝາກຜົນຜັນຂະຫຍາຍໂຄງການ ແລະ ຊີ້ນໍາປະຕິບັດບັນດາໜ້າທີ່ຈໍາເປັນ, ຮີບດ່ວນ ເພື່ອກໍ່ສ້າງສໍາເລັດໂຄງການໃນປີ 2020. ນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ໄດ້ໃສ່ໃຈວ່າ ຄະນະຄຸ້ມຄອງໂຄງການ ແລະ ບັນດາກະຊວງ, ຂະແໜງການ ພ້ອມດ້ວຍທ້ອງຖິ່ນທີ່ກ່ຽວຂ້ອງ ຕ້ອງວາງເປົ້າໝາຍສໍາເລັດໂຄງການນີ້ໃນປີ 2020, ໃນໄລຍະດໍາເນີນການກໍ່ສ້າງ ຕ້ອງຮັບປະກັນບັນດາຫຼັກການຄື: ຮັບປະກັນຄຸນນະພາບ, ຄວາມຄືບໜ້າ, ບໍ່ໃຫ້ເກີດບັນດາປະກົດການຫຍໍ້ທໍ້ ແລະ ອຸປະຕິເຫດແຮງງານ.


ຕອບກັບ

ຂ່າວ/ບົດ​ອື່ນ