ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາ​ດ ໂດບ໊າ​ຕິ ໃຫ້​ການ​ຕ້ອ​ນ​ຮັບ​ທ່ານ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ ກູ​ບາ

(VOVWORLD) -ຕອນບ່າຍວັນທີ 26 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ  ຫວຽດນາມ ໂດບ໊າຕິໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສານປະຊາຊົນສູງສຸດ ກູບາໂດຍທ່ານປະທານສານປະຊາຊົນສູງສຸດ ກູບາ Ruben Remingio Ferro ນຳໜ້າ, ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ກ່າວຄຳເຫັນທີ່ການຕ້ອນຮັບ.
ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາ​ດ ໂດບ໊າ​ຕິ ໃຫ້​ການ​ຕ້ອ​ນ​ຮັບ​ທ່ານ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ ກູ​ບາ - ảnh 1ທ່ານຮອງປະທານສະພາແຫ່ງຊາດ  ຫວຽດນາມ ໂດບ໊າຕິໃຫ້ການຕ້ອນຮັບຄະນະຜູ້ແທນສານປະຊາຊົນສູງສຸດ ກູບາໂດຍທ່ານປະທານສານປະຊາຊົນສູງສຸດ ກູບາ Ruben Remingio Ferro (ພາບ: Quochoi.vn) 

 ທ່ານ ໂດບ໊າຕິ ຮອງປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ການນຳພັກ ແລະ ລັດ ຫວຽດນາມຍາມໃດກໍ່ສະໜັບສະໜູນການຮ່ວມມືມິດຕະພາບລະຫວ່າງສອງລະບົບສານສອງປະເທດຢ່າງແຮງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສານຂັ້ນແຂວງຂອງສອງປະເທດໃນເລື່ອງແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບການເຄື່ອນໄຫວດ້ານຍຸຕິທຳ ແລະ ກົດໝາຍ. ທ່ານ ໂດບ໊າຕິຖືວ່າ ໃນໄລຍະຈະມາເຖິງ, ສອງປະເທດຄວນສືບຕໍ່ຍູ້ແຮງການພົວພັນຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງໃນບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ, ແບ່ງປັນບົດຮຽນ, ປະສົບການໃນຂົງເຂດຍຸຕິທຳລະຫວ່າງ ສອງປະເທດ.

        ສ່ວນທ່ານ Ruben Remingio Ferro ປະທານສານປະຊາຊົນສູງສຸດ ກູບາໃຫ້ຮູ້ວ່າ ໃນຫຼາຍປີທີ່ຜ່ານມາ, ຂົງເຂດຍຸຕິທຳຂອງກູບາໄດ້ມີການຮ່ວມມື, ແບ່ງປັນ ແລະ ຖອດຖອນບົດຮຽນ, ປະສົບການທີ່ມີປະໂຫຍດຫຼາຍຢ່າງຈາກຫວຽດນາມ. ກູບາຫາກໍ່ມີລັດຖະທຳມະນູນໃໝ່ສະບັບ ແລະ ພວມປັບປຸງລັດຖະທຳມະນູງສະບັບດັ່ງກ່າວໃຫ້ສຳເລັດດັ່ງນັ້ນຈຶ່ງມີຄວາມເຄົາລົບນັບຖືຢ່າງສູງຕໍ່ບັນດາການເຄື່ອນໄຫວພົວພັນແລກປ່ຽນຖອດຖອນບົດຮຽນ, ປະສົບການຊຶ່ງກັນແລະກັນໃນຂົງເຂດຍຸຕິທຳ.

ຕອບກັບ

ຂ່າວ/ບົດ​ອື່ນ