ທ່ານຮອງປະທານສະພາແຫ່ງຊາດລາວຢ້ຽມຢາມແລະເຮັດຢູ່ແຂວງແທງຮວ້າ

ທ່ານຮອງປະທານສະພາແຫ່ງຊາດລາວຢ້ຽມຢາມແລະເຮັດຢູ່ແຂວງແທງຮວ້າ - ảnh 1
ທ່ານ ຮອງປະທານສະພາແຫ່ງຊາດ ລາວ
ຢ້ຽມຢາມ ແລະ ເຮັດຢູ່ແຂວງ ແທງຮວ້າ
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ ວັນ​ທີ 17/8, ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດລາວ  ໂດຍ ທ່ານ ສົ​ມ​ພັນ ແພງ​ຄຳ​ມີ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ເປັນ​ຫົວ​ໜ້າ​ຄະ​ນະ ​ໄດ້​ໄປຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ແຂວງ​ແທງ​​ຮ​ວ້າ. ທີ່​ການ​ເຮັດ​ວຽກ, ທ່ານ ສົ​ມ​ພັນ ແພງ​ຄຳ​ມີ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ  ໃຫ້​ຮູ້​ວ່າ: ​ຈຸດ​ປະ​ສົງ ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ​ຂອງ​ຄະ​ນະ​ຜູ້​ແທນຄັ້ງ​ນີ້ ແນ​ໃສ່​​ແລກ​ປ່ຽນ, ຖອດ​ຖອດ​ບົດ​ຮຽນ​ ໃນ​ການ​ຈັດ​ຕັ້ງ​ເຄື່ອນ​ໄຫວ​ ຂອງ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ແຂວງ, ຊອກ​ຮູ້​ຕື່ມ​ກ່ຽວ​ກັບ​ບົດ​ບາດ, ​ຄວາມ ຮັບ​ຜິດ​ຊອບ, ໜ້າ​ທີ່, ຂອບ​ເຂດ​ອຳ​ນາດ ​ຂອງ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ແຂວງ ແລະ ບັນ​ດາ​ຄະ​ນະ​ຂອງສະ​ພາ​ປະ​ຊາ​ຊົນ​ແຂວງແທງ​ຮ​ວ້າ; ກ່ຽວ​ກັບ​ການ​ເຄື່ອນ​ໄຫວ ​ຂອງ​ຄະ​ນະ​ ສ.ສ.ຊ ​ແຂວງ​ແທງ​ຮ​ວ້າ… ສອງ​ຝ່າຍກໍ່​ໄດ້​ແລກ​ປ່ຽນ, ​ປຶກ​ສາ​ຫາ​ລືຫຼາຍ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ໝາກ​ຜົນ​ການ​ຮ່ວມ​ມື ລະ​ຫວ່າງ ສອງ​ແຂວງ ແທງ​ຫົວ (ຫວຽດ​ນາມ)-ຫົວ​ພັນ (ລາວ) ໄລ​ຍະ 2011-2016 ແລະ ວາງ​ອອກ​ທິດ​ທາງ, ໜ້າ​ທີ່ຮັບ​ຜິດ​ຊອບ ໄລ​ຍະ​ຈະ​ມາ​ເຖິງ ເພື​່ອ​ນຳ​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ສອງ​ແຂວງ​ສືບ​ຕໍ່​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

 

 

ຂ່າວ/ບົດ​ອື່ນ