ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ້ງກວ໊ກຮ໋ຽນ ເດີນທາງໄປຢ້ຽມຢາມແລະເຮັດວຽກຢູ່ອີຕາລີ

(VOVWORLD) -ໃນວັນທີ 22-26 ກັນຍາ, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມນຳໂດຍທ່ານຟຸ້ງກວ໊ກຮ໋ຽນ ຮອງປະທານສະພາແຫ່ງຊາດຫວຽດນາມໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ອີຕາລີ.
ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ້ງກວ໊ກຮ໋ຽນ ເດີນທາງໄປຢ້ຽມຢາມແລະເຮັດວຽກຢູ່ອີຕາລີ - ảnh 1ທ່ານ ຟຸ້ງກວ໊ກຮ໋ຽນ ຕາງໜ້າພັກ, ລັດຫວຽດນາມປະດັບຫຼຽນໄຊມິດຕະພາບ ອັນມີຄ່າຊັ້ນສູງສຸດຂອງລັດຖະບານແຫ່ງ ສສ. ຫວຽດນາມໃຫ້ແກ່ທ່ານ Diego Vecchiato, ຫົວໜ້າອົງການການສື່ສານແລະພົວພັນສາກົນ ເຂດ Veneto ແລະທ່ານ Carlo Coccato, ສະມາຊິກ ສະຫະພັນແຮງງານເຂດ Veneto  (ພາບ: TTXVN)

 ວັນທີ 23 ກັນຍາ ທ່ານ ຟຸ້ງກວ໊ກຮ໋ຽນ ໄດ້ຕາງໜ້າພັກ, ລັດຫວຽດນາມປະດັບຫຼຽນໄຊມິດຕະພາບ ອັນມີຄ່າຊັ້ນສູງສຸດຂອງລັດຖະບານແຫ່ງ ສສ. ຫວຽດນາມໃຫ້ແກ່ທ່ານ Diego Vecchiato, ຫົວໜ້າອົງການການສື່ສານແລະພົວພັນສາກົນ ເຂດVeneto ແລະທ່ານ Carlo Coccato, ສະມາຊິກ ສະຫະພັນແຮງງານເຂດ Veneto . ຫຼຽນໄຊດັ່ງກ່າວແມ່ນແນໃສ່ການຮັບຮູ້ເຖິງການປະກອບສ່ວນຂອງທ່ານທັງສອງ,ໃນວຽກງານປະກອບສ່ວນກໍ່ສ້າງ, ພັດທະນາສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດໃນວິວັດການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນແລະໃນຂະບວນການສ້າງສາປະເທດຊາດຫວຽດນາມໃນປັດຈຸບັນ.

        ແລະກໍ່ໃນວັນດຽວກັນ, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມໄດ້ເຮັດວຽກກັບທ່ານ Roberto Marcato, ຮັບຜິດຊອບຂົງເຂດເສດຖະກິດແລະພະລັງງານເຂດVeneto. ສອງຝ່າຍໄດ້ສຸມໃສ່ການແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາເນື້ອໃນຕົ້ນຕໍດັ່ງນີ້: ບົດຮຽນອອກແບບອຸດສະຫະກຳຂອງອີຕາລີແລະເຂດVeneto;ນະໂຍບາຍຂອງເຂດVeneto ກ່ຽວກັບການໜູນຊ່ວຍຂະແໜງອຸດສະຫະກຳນ້ອຍ; ມາດຕະການແກ້ໄຂບັນຫາທີ່ເໝາະສົມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດແລະຕ້ານນ້ຳທະເລຂຶ້ນສູງຂອງເຂດVeneto; ບົດຮຽນແກ້ບັນຫາຫຼີກລ້ຽງການຮັບນັກທ່ອງທ່ຽວເກີນຂອບເຂດເພື່ອຮັກສາການພັດທະນາແບບຍືນຍົງໃນຂະແໜງການທ່ອງທ່ຽວ.

        ການນຳເຂດVeneto ໄດ້ສະແດງຄວາມປາດຖະໜາຢາກເພີ່ມທະວີສາຍພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການທອ່ງທ່ຽວ ລະຫວ່າງສອງປະເທດ; ຢັ້ງຢືນວ່າ: ຈະມານະພະຍາຍາມຊຸກຍູ້ສະຫະພາບເອີຣົບ(EU)ແລະອີຕາລີຮັບຮອງເອົາສົນທິສັນຍາການຄ້າເສລີຫວຽດນາມ-EU (EVFTA)ແລະສັນຍາອາລັກຂາການລົງທຶນຫວຽດນາມ-EU (EVIPA) ໂດຍໄວ./.

ຕອບກັບ

ຂ່າວ/ບົດ​ອື່ນ