ທ່ານຮອງປະທານາທິບໍດີ ອາເມລິກາ Mike Pence ຈະເຂົ້າຮ່ວມພິທີສາບານຕົວຮັບດຳລົງຕຳແຫນ່ງຂອງທ່ານປະທານາທິບໍດີອາເມລິກາຄົນໃຫມ່ Joe Biden

(VOVWORLD) - ໃນສະພາບໂລກລະບາດໂຄວິດ 19 ພວມສັບສົນ, ພິທີ ສາບານຕົວຮັບດຳລົງຕຳແຫນ່ງຂອງທ່ານ Joe Biden ຄາດວ່າ ຈະໄດ້ຮັບການຈັດຕັ້ງດ້ວຍຂອບຂະຫນາດຮັດແຄບ.

ທ່ານຮອງປະທານາທິບໍດີ ອາເມລິກາ Mike Pence ຈະເຂົ້າຮ່ວມພິທີສາບານຕົວຮັບດຳລົງຕຳແຫນ່ງຂອງທ່ານປະທານາທິບໍດີອາເມລິກາຄົນໃຫມ່ Joe Biden ໃນວັນທີ  20 ມັງກອນຈະມາເຖິງ. ຫນັງສືພິມ Newyork Post  ຄັດຄຳເວົ້າຈາກແຫລ່ງຂ່າວທີ່ເປັນຫນ້າເຊື່ອວ່າ: ທ່ານຮອງປະທານາທິບໍດີ ອາເມລິກາ Mike Pence ຈະເຂົ້າຮ່ວມພິທີສາບານຕົວຮັບດຳລົງຕຳແຫນ່ງ ເພື່ອສະແດງການສະຫນັບສະຫນູນສຳລັບວິວັດທະນາການມອບຮັບສິດອຳນາດໂດຍສັນຕິວິທີ. ທ່ານ Donald Trump ຖະແຫລງໃນວັນທີ  8 ມັງກອນວ່າ ຈະບໍ່ເຂົ້າຮ່ວມພິທີສາບານຕົວຮັບດຳລົງຕຳແຫນ່ງຂອງທ່ານ Joe Biden. ກ່ອນຫນ້ານັ້ນ ດ້ວຍຖານະແມ່ນ ຮອງປະທານາທິບໍດີຂອງທ່ານປະທານາທິບໍດີ, ທ່ານ Pence ຖືກທ່ານ Donald Trump ຕຳຫນິຕິຕຽນຢ່າງເຄັ່ງຄັດວ່າ ບໍ່ຊ່ວຍທ່ານປະຕິເສດໄຊຊະນະຂອງຄູ່ແຂ່ງ. ໃນສະພາບໂລກລະບາດໂຄວິດ 19 ພວມສັບສົນ, ພິທີ ສາບານຕົວຮັບດຳລົງຕຳແຫນ່ງຂອງທ່ານ Joe Biden ຄາດວ່າ ຈະໄດ້ຮັບການຈັດຕັ້ງດ້ວຍຂອບຂະຫນາດຮັດແຄບ.

ຕອບກັບ

ຂ່າວ/ບົດ​ອື່ນ