ທ່ານຮອງລັດຖະມົນຕີ Nguyen Chi Vinh ຢ້ຽມຢາມອີຕາລີ

ທ່ານຮອງລັດຖະມົນຕີ  Nguyen Chi Vinh ຢ້ຽມຢາມອີຕາລີ - ảnh 1

ທ່ານ​ຮອງ​ລັດຖະມົນຕີ Nguyen Chi Vinh

(ພາບ:vtc.vn)

(VOV)- ຄະນະ​ຜູ້​ແທນ​ຂັ້ນສູງກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໂດຍທ່ານ​ຮອງ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ​, ພົນ​ໂທ Nguyen Chi Vinh ຫາ​ກໍ່​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ອີ​ຕາ​ລີ ​ແຕ່​ວັນ​ທີ 24/26/10. ​ໃນ​ໄລຍະ​ຢູ່ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ອີ​ຕາ​ລີ,  ທ່ານ​ຮອງ​ລັດຖະມົນຕີ Nguyen Chi Vinh ​ໄດ້​​ເຂົ້າຢ້ຽມຂຳ່ນັບ​ທ່ານລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດອີ​ຕາ​ລີ Giampaolo Di Paola, ພົບ​ປະ​ເຈະລຈາ​ກັບ​ທ່ານ​​ເລຂາທິການ​ໃຫ່ຍປ້ອງ​ກັນ​ປະ​ເທດ​ອີ​ຕາ​ລີ Claudio Debertolis ​ແລະ ທ່ານ​ຮອງ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ​ອີ​ຕາ​ລີ Filippo Molone. ທີ່​ບັນດາ​ການ​ເຮັດ​ວຽກ, ທ່ານ​ຮອງ​ລັດຖະມົນຕີ Nguyen Chi Vinh ຖື​ວ່າ: ​ໃນ​ໄລຍະ​ຜ່ານ​ມາ,ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ຊາດສອງ​ຝ່າຍ​ໄດ້​ມີ​ບັນດາ​ບາດກ້າວພັດ​ທະນາ​ໃໝ່​ທີ່​ໜ້າ​ຊື່ນຊົມ​ ​ແລະ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ເພື່ອ​ຮ່ວມ​ມື​ກັນ​ໃນ​ອະນາຄົດ. ການ​ຢ້ຽມຢາມ​ອີ​ຕາ​ລີ​ ຂອງທ່ານ​ຮອງ​ລັດຖະມົນຕີ Nguyen Chi Vinh ​ໄດ້​ດຳ​ເນີນ​ໄປ​ໃນ​ສະພາບ​ທີ່​ຫວຽດນາມ ​ແລະ ອີ​ຕາ​ລີ​ ພວມ​ມຸ້ງ​ໄປ​ເຖິງ​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ໃນ​ປີ 2013 (1973-2013)

ຂ່າວ/ບົດ​ອື່ນ