ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງເຊີນ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ການ​ນຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ, ຍີ່​ປຸ່ນ, ສ.ເກົາຫຼີ, ອິນ​ເດຍ, ອົດ​ສະ​ຕາ​ລີແລະ ນິວ​ຊີ​ແລນ

(VOVWORLD) -ວັນທີ 3 ເມສາ 2020 (ຕາມເວລາຮ່າໂນ້ຍ), ທ່ານບຸ່ຍແທັງເຊີນ ຮອງລັດຖະມົນຕີ ຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບການນຳກະຊວງການຕ່າງປະເທດ ບັນດາປະເທດຄື: ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອົດສະຕາລີ ແລະ ນິວຊີແລນ ກ່ຽວກັບສະພາບການໂລກລະບາດ Covid– 19. 
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງເຊີນ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ການ​ນຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ, ຍີ່​ປຸ່ນ, ສ.ເກົາຫຼີ, ອິນ​ເດຍ, ອົດ​ສະ​ຕາ​ລີແລະ ນິວ​ຊີ​ແລນ - ảnh 1ທ່ານບຸ່ຍແທັງເຊີນ ຮອງລັດຖະມົນຕີ ຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ 

ໃນການໂອ້ລົມທາງໂທລະສັບ, ການນຳກະຊວງການຕ່າງປະເທດບັນດາປະເທດເຫຼົ່ານັ້ນ ໄດ້ອັບເດດສະພາບການໂລກລະບາດ Covid– 19 ກໍ່ຄືບັນດາມາດຕະການທີ່ພວມຜັນຂະຫຍາຍຢູ່ແຕ່ລະປະເທດ .ສ່ວນທ່ານ ບຸ່ຍແທັງເຊີນ ໄດ້ຢັ້ງຢືນຄືນໃໝ່ເຖິງຄວາມຕັດສິນໃຈຂອງຫວຽດນາມໃນການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມໂລກລະບາດCovid– 19, ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືສາກົນໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid– 19 ໃນທົ່ວໂລກ.ທ່ານ ບຸ່ຍແທັງເຊີນໃຫ້ຮູ້ວ່າ ຫວຽດນາມ ໄດ້້້ມີການໂອ້ລົມທາງໂທລະສັບກັບບັນດາຄູ່ຮ່ວມມືໃນທົ່ວໂລກເປັນປະຈຳເພື່ອພ້ອມກັນແບ່ງປັນບົດຮຽນ, ປະສົບການ ແລະ ສະເໜີບັນດາມາດຕະການສະກັດກັ້ນໂລກລະບາດ Covid– 19. ທ່ານບຸ່ຍແທັງເຊີນ ໄດ້ສະເໜີໃຫ້ລັດຖະບານບັນດາປະເທດສືບຕໍ່ມີບັນດາຄຳໝັ້ນສັນຍາດ້ານການເມືອງເພື່ອຮັບປະກັນວ່າບັນດາປະເທດໄດ້ສຳຜັດ ແລະ ໄດ້ຕອບສະໜອງຄວາມຕ້ອງການໃນການນຳໃຊ້ວັກຊີນ ແລະ ຢາປິ່ນປົວ Covid– 19 ຖ້າຫາກວ່າການຄົ້ນຄ້ວາປະສົບຜົນສຳເລັດ, ພ້ອມທັງສະເໜີ ໃຫ້ລັດຖະບານບັນດາປະເທດສົ່ງເສີມບັນດາວິສາຫະກິດຂອງຕົນຮັກສາການເຄື່ອນໄຫວລົງທຶນຜະລິດຢູ່ຕ່າງປະເທດ, ທ່ານກໍ່ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມໜູນຊ່ວຍການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງບັນດານັກລົງທຶນຕ່າງປະເທດ ຢູ່ ຫວຽດນາມ

 

ຕອບກັບ

ຂ່າວ/ບົດ​ອື່ນ