ທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງຮ່ວາງຢາງ ກວດກາວຽການອະໄພຍະໂທດປີ 2021 ຢູ່ ວິ້ງຟຸກ

(VOVWORLD) -ນີ້ແມ່ນການອະໄພຍະໂທດຄັ້ງທຳອິດຕາມກົດໝາຍວ່າດ້ວຍອະໄພຍະໂທດ 2018, ພ້ອມທັງແມ່ນວຽກງານໄດ້ດຳເນີນໃນສະພາບບັນດາເຫດການສຳຄັນຍິ່ງຂອງປະເທດຊາດ
ທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງຮ່ວາງຢາງ ກວດກາວຽການອະໄພຍະໂທດປີ 2021 ຢູ່ ວິ້ງຟຸກ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງຮ່ວາງຢາງ ໄປກວດກາວຽກງານອະໄພຍະໂທດປີ 2021 ຢູ່ຄ້າຍຄຸມຂັງ ວິ້ງກວາງ
(ພາບ: baoquocte.vn)

ວັນທີ 12 ສິງຫາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ດັ້ງຮ່ວາງຢາງ, ສະມາຊິກສະພາໃຫ້ຄຳປຶກສາອະໄພຍະໂທດສູນກາງປີ 2021 ໄດ້ໄປກວດກາວຽກງານອະໄພຍະໂທດປີ 2021 ຢູ່ຄ້າຍຄຸມຂັງ ວິ້ງກວາງ, ແຂວງ ວິ້ງຟຸກ ແລະ ຕຳຫຼວດແຂວງ ວິ້ງຟຸກ. ນີ້ແມ່ນການອະໄພຍະໂທດຄັ້ງທຳອິດຕາມກົດໝາຍວ່າດ້ວຍອະໄພຍະໂທດ 2018, ພ້ອມທັງແມ່ນວຽກງານໄດ້ດຳເນີນໃນສະພາບບັນດາເຫດການສຳຄັນຍິ່ງຂອງປະເທດຊາດຄື: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ, ບັນດາການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ… ໄດ້ຮັບການຈັດຕັ້ງບັນລຸຜົນສຳເລັດ.

        ເມື່ອເນັ້ນໜັກເຖິງການອະໄພຍະໂທດແມ່ນນະໂຍບາຍໃຫຍ່, ສະແດງໃຫ້ເຫັນຈິດໃຈມະນຸດສະທຳ, ອະໄພຍະໂທດ, ທ່ານຮອງລັດຖະມົນຕີ ດັ້ງຮ່ວາງຢາງ ໄດ້ຊີ້ນຳໃຫ້ບັນດາຫົວໜ່ວຍຂອງບັນດາກະຊວງ, ຂະແໜງການຕ້ອງປະຕິບັດການສົມທົບກັນ, ຜັນຂະຫຍາຍຢ່າງແໜ້ນແຟ້ນ, ປະສົມປະສານກັນ. ກະຊວງການຕ່າງປະເທດ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຂອງກະຊວງຕຳຫຼວດ ໃນການຜັນຂະຫຍາຍວຽກງານອະໄພຍະໂທດ, ໂດຍສະເພາະແມ່ນສຳລັບບັນດາກໍລະນີຖືສັນຊາດຕ່າງປະເທດ, ຮັບປະກັນການປະຕິບັດບັນດາໜ້າທີ່ແຜນການຂອງສະພາໃຫ້ຄຳປຶກສາອະໄພຍະໂທດໄດ້ວາງອອກຢ່າງຄົບຖ້ວນ, ທັນການ, ຖືກຕາມຂັ້ນຕອນ. ປະຈຸບັນຄ້າຍຄຸມຂັງ ວິ້ງກວາງ ພວມກັກຂັງນັກໂທດຊາວຕ່າງປະເທດພວມປະຕິບັດຄຳຕັດສິນຂອງສານຢູ່ຫວຽດນາມ ເກືອບເຄິ່ງໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ