ທ່ານຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ຢ້ຽມຢາມ ແລະ ດໍາເນີນການປຶກສາຫາລືດ້ານການເມືອງ ຢູ່ ຈີເລ

(VOVWORLD) -ສອງຝ່າຍກໍເນັ້ນໜັກວ່າ ຄວນເພີ່ມທະວີການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ ແລະ ບັນດາການເຄື່ອນໄຫວການຕ່າງປະເທດປະຊາຊົນ.

  ໂດຍໄດ້ຮັບຄໍາເຊີນຈາກກະຊວງການຕ່າງປະເທດ ຈີເລ, ຄະນະຜູ້ແທນກະຊວງການຕ່າງປະເທດຫວຽດນາມ ໂດຍທ່ານຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ນໍາໜ້າ ໄດ້ໄປຢ້ຽມຢາມ ສາທາລະນະລັດ ຈີເລ ຢ່າງເປັນທາງການໃນລະຫວ່າງວັນທີ 17 – 19 ມີນາ 2019 ແລະ ພ້ອມກັນດໍາເນີນວາລະປຶກສາຫາລືດ້ານການເມືອງຄັ້ງທີ 6 ລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດ ຈີເລ.

        ໃນຂອບເຂດການຢ້ຽມຢາມ, ທ່ານ ບຸ່ຍແທັງເຊີນ ໄດ້ເຂົ້າຢ້ຽມຂໍ່ານັບປະທານສະພາຕໍ່າ Maya Fernandez Allende ແລະ ທ່ານລັດຖະມົນຕີການຕ່າງປະເທດ Roberto Ampuerp Espinoza, ປຶກສາຫາລືດ້ານການເມືອງກັບທ່ານຜູ້ຮັກສາການຮອງລັດຖະມົນຕີ, ເລຂາທິການໃຫຍ່ກະຊວງການຕ່າງປະເທດ Patricio Torres  ແລະ ອື່ນໆ.

ທ່ານຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ຢ້ຽມຢາມ ແລະ ດໍາເນີນການປຶກສາຫາລືດ້ານການເມືອງ ຢູ່ ຈີເລ - ảnh 1ທ່ານຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ Roberto Ampuerp Espinoza

        ທີ່ບັນດາການພົບປະ ແລະ ເຈລະຈາກັບຝ່າຍ ຈີເລ, ສອງຝ່າຍໄດ້ເຫັນດີຊຸກຍູ້ການສະເໜີ ພົວພັນແລກປ່ຽນຄະນະຜູ້ແທນຂັ້ນສູງ, ຮັກສາກົນໄກປຶກສາຫາລືດ້ານການເມືອງເປັນປະຈໍາ ເພື່ອແນໃສ່ເຫັນດີເປັນເອກະພາບຕໍ່ບັນດາມາດຕະການລວມ ນໍາການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ. ສອງຝ່າຍກໍປຶກສາຫາລືກ່ຽວກັບບັນດາມາດຕະການລະອຽດ ເພື່ອແນໃສ່ເພີ່ມທະວີການຮ່ວມມືກ່ຽວກັບເສດຖະກິດ, ການຄ້າ, ການລົງທຶນ ໃນບັນດາຂົງເຂດທີ່ສອງຝ່າຍມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງ; ສົມທົບກັນແໜ້ນແຟ້ນໃນວິວັດແຫ່ງການຜັນຂະຫຍາຍສັນຍາຄູູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ສອງຝ່າຍກໍເນັ້ນໜັກວ່າ ຄວນເພີ່ມທະວີການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ ແລະ ບັນດາການເຄື່ອນໄຫວການຕ່າງປະເທດປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ