ທ່ານ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ມີ​ຄວາມ​ປາດ​ຖະ​ໜາກ​ຢາກ​ເພີ່ມ​ທະ​ວີ​ການຮ່ວມ​ມື​ກັບ ຫວຽດ​ນາມ

(VOVWORLD) - ທ່ານນາງ Armida Salsiah Alisjahbana ຮອງເລຂາທິການໃຫຍ່ ສປຊ ໄດ້ຕີລາຄາສູງຕໍ່ບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມໃນ 10 ປີທີ່ຜ່ານມາ
ທ່ານ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ມີ​ຄວາມ​ປາດ​ຖະ​ໜາກ​ຢາກ​ເພີ່ມ​ທະ​ວີ​ການຮ່ວມ​ມື​ກັບ ຫວຽດ​ນາມ - ảnh 1ທ່ານເອກອັກຄະລັດຖະທູດ ຟານຈີແທັ່ງ ໄດ້ມອບສານຕະຕັ້ງໃຫ້ແກ່ທ່ານນາງ Armida Salsiah Alisjahbana ຮອງເລຂາທິການໃຫຍ່ ສປຊ (ພາບ: TTXVN)

ວັນທີ 3 ທັນວາ, ທ່ານນາງ Armida Salsiah Alisjahbana ຮອງເລຂາທິການໃຫຍ່ ສປຊ, ເຂລາຝ່າຍບໍລິຫານຄະນະກຳມະການເສດຖະກິດ - ສັງຄົມ ອາຊີ - ປາຊີຟິກ ຂອງ ສປຊ (ESCAP) ໄດ້ຍ້ອງຍໍຕໍ່ຄວາມຕັດສິນໃຈ, ຄວາມມານະພະຍາມ ກໍ່ຄື ຜົນງານຂອງ ຫວຽດນາມ ໃນການປະຕິບັດໂຄງການດຳເນີນງານປີ 2030 ເພື່ອການພັດທະນາແບບຍືນຍົງ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ, ພ້ອມທັງ ສະແດງໃຫ້ເຫັນຄວາມປາດຖະໜາຢາກສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ກັບ ESCAP ເວົ້າສະເພາະ ແລະ ລະຫວ່າງ ສປຊ - ອາຊຽນ ເວົ້າລວມ. ໃນການແລກປ່ຽນພາຍຫຼັງພິທີມອບສານຕາຕັ້ງ, ທ່ານນາງ Alisjahbana ໄດ້ຕີລາຄາສູງຕໍ່ບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມໃນ 10 ປີທີ່ຜ່ານມາ, ທ່ານນາງກໍ່ຮັບຮູ້ເລື່ອງ ຫວຽດນາມ ແມ່ນປະເທດໂດດເດັ່ນກ່ຽວກັບການຄວບຄຸມໂລກລະບາດໂຄວິດ - 19 ແລະ ສືບຕໍ່ຮັກສາໄດ້ທ່າເຕີບໂຕເສດຖະກິດໃນໄລຍະເກີດໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ