ທ່ານຮອງເລຂາທິການໃຫຍ່ ສປຊ ຢ້ຽມຢາມກົມຮັກສາສັນຕິພາບ ຫວຽດນາມ

(VOVWORLD) -   ທ່ານຮອງເລຂາທິການໃຫຍ່ ສປຊ Jean-Pierre Lacroix  ໄດ້ສະແດງຄວາມປະທັບໃຈຕໍ່ບັນດາຜົນສຳເລັດເຊິ່ງ ຫວຽດນາມ ບັນລຸໄດ້ໃນຂົງເຂດຮັກສາສັນຕິພາບ ສປຊ ໃນໄລຍະຜ່ານມາ. 
ທ່ານຮອງເລຂາທິການໃຫຍ່ ສປຊ ຢ້ຽມຢາມກົມຮັກສາສັນຕິພາບ ຫວຽດນາມ  - ảnh 1ພົນຈັດຕະວາ ຮ່ວາງກິມຟຸ່ງ ແລະ ທ່ານຮອງເລຂາທິການໃຫຍ່ ສປຊ Jean-Pierre Lacroix (ພາບ:qdnd.vn)

ເນື່ອງໃນໂອກາດມາ ຫວຽດນາມ ເປັນປະທານຮ່ວມກອງປະຊຸມສາກົນກ່ຽວກັບແມ່ຍິງດ້ວຍການເຄື່ອນໄຫວຮັກສາສັນຕິພາບ ສປຊ ທີ່ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ, ຕອນບ່າຍວັນທີ 26 ພະຈິກ, ທ່ານ Jean-Pierre Lacroix, ຮອງເລຂາທິການໃຫຍ່ ສປຊ ໄດ້ໄປຢ້ຽມຢາມກົມຮັກສາສັນຕິພາບ ຫວຽດນາມ (ກະຊວງປ້ອງກັນປະເທດ).

          ທ່ານຮອງເລຂາທິການໃຫຍ່ ສປຊ Jean-Pierre Lacroix  ໄດ້ສະແດງຄວາມປະທັບໃຈຕໍ່ບັນດາຜົນສຳເລັດເຊິ່ງ ຫວຽດນາມ ບັນລຸໄດ້ໃນຂົງເຂດຮັກສາສັນຕິພາບ ສປຊ ໃນໄລຍະຜ່ານມາ. ທ່ານ Jean-Pierre Lacroix ໃຫ້ຄຳໝັ້ນສັນຍາວ່າ ໃນອາຍຸການດຳລົງຕຳແໜ່ງຂອງຕົນ, ຈະເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ສປຊ ແລະ ຫວຽດນາມ, ພິເສດໃນຂົງເຂດຮັກສາສັນຕິພາບ ສປຊ.

          ທານຮອງເລຂາທິການໃຫຍ່ ສປຊ ກໍ່ຕີລາຄາສູງເລື່ອງກົມຮັກສາສັນຕິພາບ ສປຊ ຫວຽດນາມ ໄດ້ເປັນປະທານ ແລະ ສົມທົບກັບບັນດາຄູ່ຮ່ວມມືສາກົນຈັດຕັ້ງຊຸດຝຶກແອບສາກົນ ກ່ຽວກັບການຮັກສາສັນຕິພາບບັນລຸຜົນສຳເລັດ ແລະ ມຸ່ງໄປເຖິງເປົ້າໝາຍກາຍເປັນສູນຝຶກແອບລະດັບພາກພື້ນກ່ຽວກັບການຮັກສາສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ