ທ່ານ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ອ​າ​ຊຽນ: ຜົນ​ສຳ​ເລັດ​ໃນ​ວິ​ວັດ​ການ​ເຊື່ອ​ມ​ໂຍງ​ຂອງອ​າ​ຊຽນແມ່ນ​ບໍ່​ໄດ້​ມ​າ​ແບບ​ບັງ​ເອີນ

(VOVWORLD) -ວັນທີ 26 ສິງຫາ, ສູນອາຊຽນ - ຍີ່ປຸ່ນ (AJC) ໄດ້ສົມທົບກັບຄະນະກຳມະການອາຊຽນຢູ່ ໂຕກຽວ ແລະ ຄະນະເລຂາທິການອາຊຽນຈັດຕັ້ງກອງປະຊຸມສຳມະນາ “ບັນດາສິ່ງທ້າທາຍ ແລະ ກາລະໂອກາດພວມພົ້ນເດັ່ນຂຶ້ນຢູ່ ອາຊຽນ”.
ທ່ານ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ອ​າ​ຊຽນ: ຜົນ​ສຳ​ເລັດ​ໃນ​ວິ​ວັດ​ການ​ເຊື່ອ​ມ​ໂຍງ​ຂອງອ​າ​ຊຽນແມ່ນ​ບໍ່​ໄດ້​ມ​າ​ແບບ​ບັງ​ເອີນ - ảnh 1ສຳນັກງານໃໝ່ຂອງ ຄະນະເລຂາທິການອາຊຽນ (ພາບ: TTXVN)

 ກ່າວຄຳເຫັນຕໍ່ບັນດານັກຄົ້ນຄ້ວາກ່ຽວກັບອາຊຽນຢູ່ຍີ່ປຸ່ນ, ທ່ານປະລິນຍາເອກ Aladdin D.Rillo ຮອງເລຂາທິການໃຫຍ່ ອາຊຽນ, ເນັ້ນໜັກວ່າ ດ້ວຍການຄາດຄະເນວ່າ: ອັດຕາການເຕີບໂຕ ປະມານ 5,5%/ປີ, ອາຊຽນສາມາດລື່ນກາຍຍີ່ປຸ່ນກາຍເປັນພື້ນຖານເສດຖະກິດໃຫຍ່ທີ 4 ຂອງໂລກ ໃນປີ 2025. ການພັດທະນາທີ່ສຳຄັນນີ້ແມ່ນໄດ້ຮັບການໜູນຊ່ວຍຈາກຄວາມຂະຫຍັນຂັນເຄື່ອນທີ່ພວມເພີ່ມຂຶ້ນຂອງຕະຫຼາດອາຊຽນ, ຄວາມເພີ່ມຂຶ້ນຢ່າງວ່ອງໄວຂອງປະຊາຊົນຊັ້ນກາງດ້ວຍຄວາມສາມາດບົ່ນຊ້ອມໃນການໃຊ້ຈ່າຍເພີ່ມຂຶ້ນ ແລະ ມີແຫຼ່ງກຳລັງແຮງຫຼາຍທີ 3 ຂອງໂລກ. ທຸກໆປັດໄຈນີ້ໄດ້ສົມທົບກັນສ້າງເປັນບັນດາກາລະໂອກາດໃຫ້ແກ່ການລົງທຶນ ແລະ ການຄ້າໃນພາກພື້ນ. ທ່ານຮອງເລຂາທິການໃຫຍ່ ອາຊຽນຢັ້ງຢືນວ່າບັນດາຜົນສຳເລັດໃນວິວັດການເຊື່ອມໂຍງຂອງອາຊຽນແມ່ນບໍ່ໄດ້ມາແບບບັງເອີນ. ບັນດາການຫັນປ່ຽນເສດຖະກິດສຳຄັນຂອງອາຊຽນແມ່ນມາຈາກບັນດາຄວາມມານະພະຍາຍາມຂອງບັນດາປະເທດສະມາຊິກໃນການເຊື່ອມໂຍງເສດຖະກິດໃນພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ