ທໍານຽບຂາວ ຮຽກຮ້ອງ ສະພາແຫ່ງຊາດ ຈ່າຍງົບປະມານຕື່ມອີກ 4,5 ຕື້ USD ໃຫ້ແກ່ວິກິດການຊາຍແດນ

(VOVWORLD) -ທໍານຽບຂາວ ໄດ້ຮຽກຮ້ອງສະພາແຫ່ງຊາດ ອາເມລິກາ ຈັດແບ່ງບ້ວງເງິນທີີ່ມີມູນຄ່າ 4,5 ຕື້ USD ໃຫ້ແກ່ງົບປະມານໜູນຊ່ວຍໂດຍດ່ວນຕື່ມອີກ ເພື່ອແນໃສ່ແກ້ໄຂວິກິດການຊາຍແດນທາງພາກໃຕ້ ຍ້ອນກະແສຊາວອົບພະຍົບຈາກບັນດາປະເທດ ອາເມລິກາກາງ ສືບຕໍ່ຫຼັ່ງໄຫຼເຂົ້າເຂດຊາຍແດນລະຫວ່າງ ອາເມລິກາ ແລະ ເມັກຊີໂກ.

ວັນທີ 01 ພຶດສະພາ, ທໍານຽບຂາວ ໄດ້ຮຽກຮ້ອງສະພາແຫ່ງຊາດ ອາເມລິກາ ຈັດແບ່ງບ້ວງເງິນທີີ່ມີມູນຄ່າ 4,5 ຕື້ USD ໃຫ້ແກ່ງົບປະມານໜູນຊ່ວຍໂດຍດ່ວນຕື່ມອີກ ເພື່ອແນໃສ່ແກ້ໄຂວິກິດການຊາຍແດນທາງພາກໃຕ້ ຍ້ອນກະແສຊາວອົບພະຍົບຈາກບັນດາປະເທດ ອາເມລິກາກາງ ສືບຕໍ່ຫຼັ່ງໄຫຼເຂົ້າເຂດຊາຍແດນລະຫວ່າງ ອາເມລິກາ ແລະ ເມັກຊີໂກ. ແລະ ໃນຈໍານວນເງິນດັ່ງກ່າວ ບໍ່ມີບ້ວງເງິນໃດທີ່ໃຊ້ຈ່າຍໃຫ້ແກ່ການກໍ່ສ້າງກໍາແພງຊາຍແດນ.

        ລະອຽດ, ຈໍານວນເງິນ 4,5 ຕື້ USD ຈະໄດ້ໃຊ້ຈ່າຍໃຫ້ແກ່ການເພີ່ມຈໍານວນເຂດພັກອາໄສຊົ່ວຄາວ, ເບິ່ງແຍງດູແລເດັກທີ່ບໍ່ທັນບັນລຸນິຕິພາວະ ໂດຍບໍ່ມີຜູ້ໃຫຍ່ໄປນໍາ,  ຊ່ວຍເຫຼືອຜູ້ເຂົ້າເມືອງໃໝ່, ກໍ່ສ້າງເຂດກັກຂັງຕື່ມອີກ, ໜູນຊ່ວຍວຽກງານສືບສວນສອບສວນ, ພະລາທິການ ແລະ ການລາດຕະເວນຂອງກໍາລັງພິທັກຮັກສາແຫ່ງຊາດ,  ຍົກລະດັບທາງດ້ານເຕັກໂນໂລຢີ ແລະ ໃຊ້ຈ່າຍໃຫ້ບັນດາອົງການປະຕິບັດກົດໝາຍ.


ຕອບກັບ

ຂ່າວ/ບົດ​ອື່ນ