ທ່ານເຈິ່ນກວກເວື້ອງ ຜູ້ປະກຳການຄະນະເລຂາສູນກາງພັກ: ຍູ້ແຮງການສະຫຼຸບພຶດຕິກໍາ, ຄົ້ນຄ້ວາ, ພັດທະນາວິທະຍາສາດການປ້ອງກັນຊາດ

(VOVWORLD) -ໃນຕະຫຼອດ 30 ປີທີ່ຜ່ານມາ, ຫວຽດນາມບັນລຸໄດ້ໝາກຜົນທີ່ສຳຄັນຫຼາຍຢ່າງໃນການພັດທະນາເສດຖະກິດ - ສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງເທື່ອລະກ້າວ. 
ທ່ານເຈິ່ນກວກເວື້ອງ ຜູ້ປະກຳການຄະນະເລຂາສູນກາງພັກ: ຍູ້ແຮງການສະຫຼຸບພຶດຕິກໍາ, ຄົ້ນຄ້ວາ, ພັດທະນາວິທະຍາສາດການປ້ອງກັນຊາດ - ảnh 1ທ່ານ ເຈິ່ນກວກເວື້ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ (ພາບ: qdnd.vn)

   ວັນທີ 16 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນກວກເວື້ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກໄດ້ເຂົ້າຮ່ວມພິທີໄຂສົກຮຽນໃຫມ່ 2019 – 2020 ຂອງສະຖາບັນປ້ອງກັນປະເທດ (ກະຊວງປ້ອງກັນປະເທດ). ທີ່ພິທີ, ທ່ານ ເຈີ່ນກວກເວື້ອງໄດ້ເນັ້ນໜັກວ່າ: ໃນຕະຫຼອດ 30 ປີທີ່ຜ່ານມາ, ຫວຽດນາມບັນລຸໄດ້ໝາກຜົນທີ່ສຳຄັນຫຼາຍຢ່າງໃນການພັດທະນາເສດຖະກິດ - ສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງເທື່ອລະກ້າວ. ຫວຽດນາມໄດ້ຮັບຮອງ, ຕີລາຄາສູງກ່ຽວກັບພື້ນຖານການເມືອງ - ສັງຄົມທີ່ມີສະຖຽນລະພາບ, ເອກະລາດ, ອະທິປະໄຕ ແລະ ລະບອບສັງຄົມນິຍົມທີ່ໄດ້ຮັກສາຢ່າງໝັ້ນຄົງຈາກປະຊາຄົມສາກົນ. ໃນບັນດາໝາກຜົນລວມຂອງປະເທດຊາດ, ມີການປະກອບສ່ວນສຳຄັນທີ່ສຸດຂອງວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

        ທ່ານ ເຈິ່ນກວກເວື້ອງ ຮຽກຮ້ອງວ່າໃນໄລຍະຈະມາເຖິງ, ສະຖາບັນປ້ອງກັນຊາດຈະສືບຕໍ່ຊີ້ນຳ, ນຳພາ, ເຊື່ອມຊືນ, ຜັນຂະຫຍາຍປະຕິບັດບັນດາມະຕິ, ຄຳສັ່ງຂອງພັກ, ລັດ, ຄະນະພັກກອງທັບສູນກາງ ແລະ ກະຊວງປ້ອງກັນປະເທດ, ໃນນັ້ນຄວນສຸມໃສ່ສ້າງຖັນແຖວພະນັກງານທຸກຂັ້ນ, ເປັນຕົ້ນແມ່ນຂັ້ນຍຸດທະສາດ, ມີຄຸນສົມບັບຢ່າງພຽງພໍ, ຄວາມເກັ່ງກ້າສາມາດ ແລະ ອິດທິພົນຊື່ສຽງ ທຽບເທົ່າກັບໜ້າທີ່. ສະຖາບັນໄດ້ມີການປ່ຽນແປງໃໝ່ວຽກງານຝຶກອົບຮົມ - ບຳລຸງສ້າງຢ່າງບໍ່ຢຸດຢັ້ງເພື່ອໃຫ້ເໝາະສົມກັບເປົ້າໝາຍການຮົບ ແລະ ບັນດາແບບວິທີດຳເນີນສົງຄາມຂອງໂລກໃນພຶດຕິກໍາຕົວຈິງປັດຈຸບັນ, ຮັບປະກັບລັກສະນະເລິກເຊິ່ງທາງດ້ານທິດສະດີ, ອຸດົມສົມບຸນດ້ານພຶດຕິກໍາ, ອັບເດດ, ເພີ່ມເຕີມຄວາມຮູ້ດ້ານທິດສະດີ…

ຕອບກັບ

ຂ່າວ/ບົດ​ອື່ນ