ທ່ານເຈີນດ້າຍກວາງ ປະທານປະເທດຫວຽດນາມເຈລະຈາກັບທ່ານVladimirPutinປະທານາທິບໍດີ ລັດເຊຍ

(VOVWORLD) -ຕອນບ່າຍວັນທີ 29 ມິຖຸນາ, ໃນຂອບເຂດການຢ້ຽມຢາມ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 28 ມິຖຸນາ - 1 ກໍລະກົດ ຢູ່ ວັງ Kremlin ຢູ່ ນະຄອນຫລວງ ມົດສະກູ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ແລະ ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ດຳເນີນການເຈລະຈາ ໂດຍມີການເຂົ້າຮ່ວມຂອງຄະນະຜູ້ແທນຂັ້ນສູງສອງປະເທດ.
ທ່ານເຈີນດ້າຍກວາງ ປະທານປະເທດຫວຽດນາມເຈລະຈາກັບທ່ານVladimirPutinປະທານາທິບໍດີ ລັດເຊຍ - ảnh 1 ທ່ານເຈີນດ້າຍກວາງ ປະທານປະເທດຫວຽດນາມແລະ ທ່ານVladimirPutinປະທານາທິບໍດີ ລັດເຊຍ

ການນຳສອງທ່ານຖືວ່າ ສອງປະເທດ ຄວນມານະພະຍາຍາມເພື່ອສືບຕໍ່ຮັກສາທ່າເຕີບໂຕຢ່າງຕັ້ງຫນ້າຂອງການພົວພັນດ້ານການຄ້າສອງຝ່າຍປະຈຸບັນໃຫ້ສົມກັບການພົວພັນດ້ານການເມືອງອັນດີງາມລະຫວ່າງສອງປະເທດ, ສູ້ຊົນບັນລຸຄາດໝາຍຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 10 ຕື້ USD ໃນປີ 2020. ສອງຝ່າຍເຫັນດີຮ່ວມມືຢ່າງແຫນ້ນແຟ້ນໃນການຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ພັນທະມິດເສດຖະກິດ ອາຊີ ເອີລົບ ເຊິ່ງມີຜົນສັກສິດໃນເດືອນ ຕຸລາ ປີ 2016 ຢ່າງມີປະສິດທິຜົນ ເພື່ອຍາດແຍ່ງບັນດາທ່າໄດ້ປຽບຊື່ງສັນຍານຳມາໃຫ້ເພື່ອເປີດກວ້າງການຮ່ວມມືເສດຖະກິດ ການຄ້າ, ການລົງທຶນ, ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດສອງປະເທດ ໃນບັນດາການເຄື່ອນໄຫວຂາເຂົ້າຂາອອກ, ເພີ່ມທະວີການເຄື່ອນໄຫວສົ່ງເສີມການຄ້າ.

ສອງຝ່າຍເຫັນດີຈະຕັ້ງຫນ້າຜັນຂະຫຍາຍບັນດາໂຄງການລົງທຶນບຸລິມະສິດຢູ່ສອງປະເທດຢ່າງມີປະສິດທິຜົນ, ພ້ອມທັງຄົ້ນຄ້ວາບັນດາໂຄງການຮ່ວມມືໃຫມ່ກ່ຽວກັບພະລັງງານ, ພື້ນຖານໂຄງລ່າງ, ພິຈາລະນາຄວາມສາມາດສືບຕໍ່ຮ່ວມມືຢ່າງແຫນ້ນແຟ້ນ, ປະສິດທິຜົນໃນຂົງເຂດການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ພິເສດແມ່ນເຕັກນິການທະຫານ, ນຳການຮ່ວມມືໃນບັນດາຂົງເຂດນີ້ພັດທະນານັບມື້ນັບມີຄວາມຂະຫຍັນຂັນເຄື່ອນ, ມີປະສິດທິຜົນກວ່າ. ການນຳສອງທ່ານກໍ່ໄດ້ແລກປ່ຽນກ່ຽວກັບບາງບັນຫາພາກພື້ນ ແລະ ສາກົນຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີສືບຕໍ່ຮ່ວມມືຢ່າງແຫນ້ນແຟ້ນທີີ່ບັນດາເວທີປາໄສຫລາຍຝ່າຍ.

ພາຍຫລັງການເຈລະຈາ, ທ່ານປະທານປະເທດ ເຈີນດ້າຍກວາງ ແລະ ປະທານາທິບໍດີ V. Putin ພ້ອມກັນເປັນສັກຂີພິຍານພິທີລົງນາມໃນເອກະສານສຳຄັນຫລາຍສະບັບ;

ຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ເຈີນດ້າຍກວາງ ແລະ ປະທານາທິບໍດີ V. Putin  ໄດ້ມີການພົບປະກັບນັກຂ່າວສາກົນ ເພື່ອແຈ້ງໝາກຜົນການເຈລະຈາ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານປະທານປະເທດ ເຈີນດ້າຍກວາງ  ຢືນຢັນແຜນນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ແມ່ນຍາມໃດກໍຖືເປັນສຳຄັນ ແລະ ບຸລິມະສິດປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ລັດເຊຍ, ພັດທະນາການຮ່ວມມື ຫວຽດນາມ - ລັດເຊຍ ຕາມທິດມີປະສິດທິຜົນ, ແທດຈິງ ແລະ ໝັ້ນຄົງໃນບັນດາຂົງເຂດ, ຕອບສະຫນອງຜົນປະໂຫຍດຂອງປະຊາຊົນສອງປະເທດ ເພື່ອສັນຕິພາບ ແລະ ການພັດທະນາລວມ. ທ່ານປະທານປະເທດ ເຈີນດ້າຍກວາງ ໃຫ້ຮູ້ວ່າ: ສອງຝ່າຍຢືນຢັນ: ເພີ່ມທະວີການຮ່ວມມືໃນຂອບເຂດ ອາຊຽນ - ລັດເຊຍ ເພື່ອຄາດໝາຍສ້າງປະຊາຄົມ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ, ຍົກການພົວພັນລະຫວ່າງ ອາຊຽນ - ລັດເຊຍ ຂຶ້ນສູ່ລະດັບສູງໃຫມ່.

        “ສອງຝ່າຍເຫັນດີ ສືບຕໍ່ຮ່ວມມືຢ່າງແຫນ້ນແຟ້ນໃນປີ APEC 2017 ຊື່ງຫວຽດນາມ ເປັນປະເທດເຈົ້າພາບ, ຕັ້ງຫນ້າກະກຽມໃຫ້ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ APEC ຂອງທ່ານປະທານາທິບໍດີ V.Putin. ສອງຝ່າຍໄດ້ແລກປ່ຽນກ່ຽວກັບການເພີ່ມທະວີຄວາມມານະພະຍາຍາມເພື່ອຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມໝັ້ນຄົງ ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນ ເພື່ອການຮ່ວມມື ແລະ ພັດທະນາ, ແກ້ໄຂບັນດາການຂັດແຍ້ງກັນຢູ່ພາກພື້ນ ອາຊີ ປາຊີຟີກ, ໃນນັ້ນ ມີບັນຫາທະເລຕາເວັນອອກ ໂດຍສັນຕິວິທີ. ຫວຽດນາມ ຕີລາຄາສູງ ແລະ ປາດຖະຫນາຢາກໃຫ້ລັດເຊຍ ສືບຕໍ່ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ຢູ່ ອາຊີ - ປາຊີຟີກ.”

 

 

ຕອບກັບ

ຂ່າວ/ບົດ​ອື່ນ