ທ່ານເຈືອງຮ່ວາບີງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຮັດວຽກຢູ່ແຂວງລອງອານ

(VOVWORLD) -ຕອນເຊົ້າວັນທີ 16 ກັນຍາ ຢູ່ ຕາແສງ ແທກອານ, ເມືອງ ແທ້ງຮວາ ແຂວງ ລອງອານ ໄດ້ດຳເນີນພິທີວາງສີລາລືກໂຄງການກໍ່ສ້າງໂຮງງານໄຟຟ້າແສງຕາເວັນ BCG ບັງເຢືອງ. 

ນີ້ແມ່ນໂຄງການກໍ່ສ້າງໂຮງງານໄຟຟ້າແສງຕາເວັນທຳອິດຂອງແຂວງ ລອງອານ ແລະ ກໍ່ແມ່ນຂີດໝາຍສຳຄັນໃນໂຄງການພັດທະນາພະລັງງານໃຫມ່ຂອງທ້ອງຖິ່ນ. ເຂົ້າຮ່ວມພິທີ ມີທ່ານ ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ແລະ ການນຳບັນດາກະຊວງ, ຂະແຫນງການສູນກາງ.ໂຄງການດັ່ງກ່າວຄາດວ່າ ຈະໄດ້ນຳເຂົ້າເຄື່ອນໄຫວກ່ອນເດືອນມິຖຸນາປີ 2019.

ກ່ອນຫນ້ານັ້ນ ຕອນບ່າຍວັນທີ 15 ກັນຍາ ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ພ້ອມກັບສະມາຊິກສະພາແຫ່ງຊາດຊຸດທີ 14 ຂຶ້ນກັບຫົວຫນ່ວຍແຂວງ ລອງອານ ໄດ້ເຂົ້າຮ່ວມກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງ ແລະ ການນຳແຂວງ, ບັນດາພະແນກ, ຂະແຫນງການ ເພື່ອຮັບເອົາຄຳເຫັນປະກອບຂອງປະຊາຊົນກ່ອນທີ່ດຳເນີນກອງປະຊຸມສະໄຫມສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 14.

ຕອບກັບ

ຂ່າວ/ບົດ​ອື່ນ