ທ່ານເຈືອງຮ່ວາບີ່ງນາຍົກລັດຖະມົນຕີຕ້ອນຮັບຜູ້ວ່າການແຂວງAiChiຍີ່ປຸ່ນ

ທ່ານເຈືອງຮ່ວາບີ່ງນາຍົກລັດຖະມົນຕີຕ້ອນຮັບຜູ້ວ່າການແຂວງAiChiຍີ່ປຸ່ນ - ảnh 1
ທ່ານ ​ເຈືອງ​ຮ່ວາ​ບີ່​ງ ​ຕ້ອນຮັບ ທ່ານ Hideaki Omura
(ພາບ: VGP/ເລເຊີນ)

(vovworld) - ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ ທ່ານ Hideaki Omura ຜູ້ວ່າການ ​ແຂວງ Ai Chi ຍີ່ປຸ່ນ ​ໃນ​ວັນ​ທີ 12/9, ຢູ່ ຮ່າ​ໂນ້ຍ, ທ່ານ ​ເຈືອງ​ຮ່ວາ​ບີ່​ງ ນາ​ຍົກ​ລັດຖະມົນຕີຜູ້ປະຈຳ​ການ ​ເຊື້ອໝັ້ນວ່າ ດ້ວຍ​ອິດທິພົນ​ຊື່ສຽງຂອງ​ຕົນ, ທ່ານ ຜູ້ວ່າການ ສືບຕໍ່ຊຸກຍູ້ການ​ແລກປ່ຽນຫຼາຍດ້ານ ລະຫວ່າງ ​ແຂວງ Ai Chi ​ແລະ ຫວຽດນາມ​​ໃນ​ໄລຍະ​ຈະ​ມາ​ເຖິງ​ກວ່າ​ອີກ, ຜ່ານ​ນັ້ນ​ປະກອບສ່ວນ​ເຂົ້າ​ໃນການ​ພັດ ທະ​ນາ​ລວມຂອງ​ສອງ​ປະ​ເທດ​ຢ່າງ​ແທດ​ຈິງ. ທ່ານ ຮອງນາ​ຍົກ​ລັດຖະມົນຕີ ສະ​ເໜີວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ ​ ຜູ້ວ່າການ Hideaki Omura ຈະ​ເອົາ​ໃຈ​ໃສ່​ເຖິງ​ບັນຫາ​ລົງທຶນ​ຢູ່​ຫວຽດນາມ​ກວ່າ​ອີກ, ສືບຕໍ່ຊຸກຍູ້​ເພື່ອ​ມີຫຼາຍວິ​ສາ​ຫະກິດ Ai Chi  ມາລົງທຶນ​ຢູ່​ຫວຽດນາມຕື່ມ​ອີກ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເຊິ່ງ Aichi ມີ​ທ່າ​ແຮງ ຄື ອຸດສາ​ຫະກຳລົດ​ໂອ​ໂຕ, ອຸດສາ​ຫະກຳສຳຮອງ, ບໍລິການ​ທ່ອງ​ທ່ຽວ… ຄຽງຂ້າງ​ນັ້ນ, ທ່ານ ຜູ້ວ່າການ Hideaki Omura ຈະ​ສືບຕໍ່ສ້າງ​ເງື່ອນ​ໄຂ​ສະດວກ​ໃນ​ການ​ຮັບ​ເອົານັກເຝິກງານເຕັກນິກ ຫວຽດນາມ ມາ​ເຮັດ​ວຽກ, ພິ​ເສດ​​ແມ່ນໃນ​ບັນດາ​ຂົງ​ເຂດ ຄື ກົນ​ຈັກ​ປະດິດ​ສ້າງ, ກະສິກຳ...

ຂ່າວ/ບົດ​ອື່ນ