ທ່ານເຈືອງຮ່ວາບີງຮອງນາຍົກລັດຖະມົນຕີປະຈຳລັດຖະບານເຮັດວຽກກັບການນຳແຂວງກາເມົາ

(VOVWORLD) - ວັນທີ 13 ມັງກອນ, ຄະນະປະຕິບັດງານຂອງລັດຖະບານ ໂດຍທ່ານເຈືອງຮ່ວາບີງ ຮອງນາຍົກລັດຖະມົນຕີປະຈຳລັດຖະບານ ເປັນຫົວຫນ້າຄະນະ ໄດ້ມີການເຮັດວຽກກັບການນຳແຂວງ ກາເມົາ ກ່ຽວກັບການພັດທະນາເສດຖະກິດ ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຮັບປະກັນຊີວິດສັງຄົມຢູ່ບໍລິເວນ.

 ປີ 2017, ສະພາບການເສດຖະກິດສັງຄົມ ຂອງແຂວງ ກາເມົາ ບັນລຸໄດ້ບັນດາຜົນງານຕັ້ງຫນ້າ. ຍອດຜະລິດຕະພັນພາຍໃນແຂວງຄາດວ່າບັນລຸເກືອບ 38.000 ຕື້ດົງ ເພີ່ມຂຶ້ນ 7% ເມື່ອທຽບໃສ່ປີ 2016. ລາຍຮັບງົບປະມານແຫ່ງລັດບັນລຸເກືອບ 4.200 ຕື້ດົງ. ຜະລິດຕະພັນຂຸດຄົ້ນ ແລະ ລ້ຽງປູກສິນໃນນ້ຳ ແມ່ນທ່າແຮງເສດຖະກິດຂອງແຂວງ ຄາດວ່າ ບັນລຸ 530.000 ໂຕນ. ອັດຕາຄອບຄົວທຸກຍາກຫລຸດລົງຍັງເຫລືອພຽງ 5,9%.

ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ສະເຫນີ:

        “ສ້າງໂຄງປະກອບເສດຖະກິດຄືນໃຫມ່, ປ່ຽນໃຫມ່ຮູບແບບການເຕີບໂຕ ສູ້ຊົນສຳເລັດກາຍລະດັບຄາດໝາຍຫນ້າທີ່ວາງອອກໃຫ້ປີ 2018, ສ້າງພື້ນຖານໝັ້ນແກ່ນໃຫ້ຊຸມປີຕໍ່ໄປ. ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ແລະ ມີບັນດາມາດຕະການບຸກທະລຸກວ່າອີກ, ສູ້ຊົນນຳແຂວງ ກາເມົາ ໃຫ້ພັດທະນາຢ່າງວ່ອງໄວ, ໝັ້ນຄົງ ກາຍເປັນແຂວງພັດທະນາສູງພໍສົມຄວນໃນເຂດ.”

ຕອບກັບ

ຂ່າວ/ບົດ​ອື່ນ