ທ່ານເຈືອງເຕີນຊາງ ເຂົ້າຮ່ວມກອງປະຊຸມ ຍ້ອງຍໍສັນລະເສີນ ຄົນພິການດີເດັ່ນ

ທ່ານເຈືອງເຕີນຊາງ ເຂົ້າຮ່ວມກອງປະຊຸມ ຍ້ອງຍໍສັນລະເສີນ ຄົນພິການດີເດັ່ນ - ảnh 1

(ພາບ: radiovietnam.vn)

(vovworld)- ​ວັນ​ທີ 14/4, ຢູ່​ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ສົມທົບ​ກັບ​ສະມາຄົມ​ອະ​ປະ​ກາລະ​ຄົນ​ພິການ ​ແລະ ​ເດັກ​ກຳພ້າ​ຫວຽດນາມ ​ໄດ້​ຈັດກອງ​ປະຊຸມ​ຍ້ອງຍໍ​ສັນລະ​ເສີນ​ຄົນ​ພິການ, ​ເດັ​ກ​ກຳພ້າ ​ແລະ ຜູ້​ອຸປະກາລະ​ດີ​ເດັ່ນທົ່ວ​ປະ​ເທດ​ຄັ້ງທີ 4 ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້​ແທນ 325 ຄົນ ຕາງໜ້າ​ໃຫ້ຄົນ​ພິການ, ເດັ​ກ​ກຳພ້າ ​ແລະ ຜູ້​ອຸປະກາລະ​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ. ກ່າວຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​ຍ້ອງຍໍ​ສັນລະ​ເສີນບັນດາຄົນ​ພິການ, ເດັ​ກ​ກຳພ້າ ທີ່​ໄດ້​ບື່ນຕົວ​ຂຶ້ນ ​ແລະ ຊົມ​ເຊີຍ​ຜູ້​ອຸປະກາລະ​ທີ່​ໄດ້​ໜູນ​ຊ່ວຍຄົນ​ພິການ, ເດັ​ກ​ກຳພ້າ. ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ຢືນຢັນ​ວ່າ:

   “​ເຖິງ​ວ່າ​ໃນ​ສະພາບ​ການ​ໃດ, ພັກ, ລັດ ຍັງ​ສະຫງວນ​ບັນດາ​ອາລົມ​ຈິດ​ຄວາມ​ຮັກ​ແພງ ​ແລະ ຄວາມ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ, ການ​ໜູນ​ຊ່ວຍ​ຢ່າງ​ສຸດ​ຈິດ​ສຸດ​ໃຈ, ລອບ​ຄອບ​ຖີ່​ຖ້ວນ​ໃຫ້​ແກ່ຄົນ​ພິການ, ເດັ​ກ​ກຳພ້າ. ນີ້​ແມ່ນ​ຫຼັກ​ສິນ​ທຳ​ຂອງ​ຊາດ​ຫວຽດນາມ, ​ແມ່ນ​ທາດ​ແທ້​ອັນ​ດີງາມ​ຂອງ​ລະບອບຫວຽດນາມ. ນີ້​ແມ່ນ​ພາລະກິດ​ອັນ​ສູງ​ສົ່ງ, ມັນ​ຮຽກຮ້ອງ​ໃຫ້​ມີ​ທັງ​ອາລົມ​ຈິດ​ຄວາມ​ຮັກ​ແຮງ, ຄວາມ​ຮັບຜິດຊອບ, ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວລະບົບ​ການ​ເມືອ​ງ ​ແລະ ທົ່ວ​ສັງຄົມ

   ກ່ອນໜ້ານັ້ນ, ຄືຕອນ​ຄ່ຳ​ວັນ​ທີ 13/4, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ອຸປະກາລະຄົນ​ພິການ ​ແລະ ​ເດັ​ກ​ກຳພ້າ ຫວຽດນາມ ​ໄດ້​ຈັດ​ງານ​ພົບ​ປະ​ແລກປ່ຽນ ​ແລະ ລາຍການສະ​ແດງ​ສິລະ​ປະ “ໝາກ​ຫົວ​ໃຈ​ໜຶ່ງ​ດຽວ-​ໂລກ​ໜຶ່ງ​ດຽວ“ ຄັ້ງທີ 10 ​ໂດຍ​ມີ​ການ​ເຂົ້າຮ່ວມຂອງ​ທ່ານ​ນາງ​ຫງວຽນ​ທິຢວານ, ຮອງ​ປະທານ​ປະ​ເທດ​ຫວຽດນາມ ​ແລະ ຜູ້​ແທນ 300 ຄົນ​ເປັນຄົນ​ພິການ ​ແລະ ​ເດັ​ກ​ກຳພ້າດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຫງວຽນ​ດິ່ງ​ລຽວ, ປະທານສະມາຄົມ​ອຸປະກາລະຄົນ​ພິການ ​ແລະ ​ເດັ​ກ​ກຳພ້າ ຫວຽດນາມ ​ເນັ້ນໜັກ​ວ່າ:

   “ງານ​ພົບ​ປະ​ແລກປ່ຽນ, ສະ​ແດງ​ສິລະ​ປະ “ໝາກ​ຫົວ​ໃຈ​ໜຶ່ງ​ດຽວ-​ໂລກ​ໜຶ່ງ​ດຽວ“ ​ໄດ້​ກ້າວ​ເຂົ້າສູ່​ປີ​ທີ 10 ​ແລ້ວ. ພວກ​ເຮົ​າກໍ່​ມີ​ໂອກາດ​ເຫັນ​ໄດ້​ປະສິດທິ​ຜົນ​ຂອງ​ລາຍການ​ໃນ 9 ປີຜ່ານມາ. ອີກ​ເທື່ອ​ໜຶ່ງ​ພວກ​ເຮົາ​ມີ​ໂອ​ກາດ​ເຂົ້າ​ໃຈຄົນ​ພິການ ​ແລະ ​ເດັ​ກ​ກຳພ້າຫຼາຍ​ກ່ວາ​ອີກ ​ແລະ ມີ​ໂອກາດ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ບັນດາ​ອົງການ​ຈັດຕັ້ງສ່ວນ​ບຸດ​ຄົນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເພື່ອ​ສົ່ງ​ເສີມ, ລະດົມ​ກຳລັງ​ໃຈຄົນ​ພິການ​ທີ່​ໄດ້​ຮັບ​ໄຊຊະນະ​ຕໍ່​ຄວາມ​ເຈັບ​ປວດ, ສ້າງ​ຊີວິດ​ດີ​ກ່ວາ, ບັນດາ​ເດັກ​ກຳພ້າ​ໄດ້​ບື່ນຕົ​ວຂຶ້ນ​ໃນ​ຊີວິດ

ຂ່າວ/ບົດ​ອື່ນ