ທ່ານເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນທ້ຽນເຍິນ ຕ້ອນຮັບ ເອກອັກຄະລັດຖະທູດໂຮນລັງ

(VOVWORLD) - ທ່ານ ຫງວຽນທ້ຽນເຍີນ ກໍ່ໃຫ້ຮູ້ວ່າ ນະຄອນໂຮ່ຈີມິນ ຈະຄົ້ນຄວ້າເພື່ອນຳໂຄງການໂຮງງານຜະລິດເຄື່ອງຊັກນຳໄຟຟ້າເຂົ້າສູ່ການເຄື່ອນໄຫວ, ປາຖະໜາວ່າ ໂຮນລັງ ຈະໜູນຊ່ວຍ ນະຄອນໂຮ່ຈີມິນ ຊອກຫາມາດຕະການຮັບມືກັບບັນດາບັນຫານີ້.
ທ່ານເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນທ້ຽນເຍິນ ຕ້ອນຮັບ  ເອກອັກຄະລັດຖະທູດໂຮນລັງ - ảnh 1 ທ່ານນາງເອກອັກຄະລັດຖະທູດໂຮນລັງ ປະຈຳຫວຽດນາມ Nienke Trooster ແລະ ທ່ານ ຫງວຽນທ້ຽນເຍິນ ເລຂາຄະນະພັກນະຄອນໂຮ່ຈີມິນ 

ທີ່ການຕ້ອນຮັບ ທ່ານນາງເອກອັກຄະລັດຖະທູດໂຮນລັງ ປະຈຳຫວຽດນາມ Nienke Trooster ໃນຕອນບ່າຍວັນທີ 03 ຕຸລາ, ທ່ານ ຫງວຽນທ້ຽນເຍິນ ເລຂາຄະນະພັກນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ນະຄອນໂຮ່ຈີມິນ ໄດ້ຊົມເຊີຍ ແລະ ປາຖະໜາຢາກຮ່ວມມືກັບ ໂຮນລັງ ແລະ ຫວັງວ່າບົດຮຽນກ່ຽວກັບການຄຸ້ມຄອງນ້ຳຂອງ ໂຮນລັງ ຈະຊ່ວຍໃຫ້ ນະຄອນໂຮ່ຈີມິນແກ້ໄຂ້ສະພາບນ້ຳຖ້ວມ, ນ້ຳທະເລຂຶ້ນສູງ. ທ່ານ ຫງວຽນທ້ຽນເຍີນ ກໍ່ໃຫ້ຮູ້ວ່າ ນະຄອນໂຮ່ຈີມິນ ຈະຄົ້ນຄວ້າເພື່ອນຳໂຄງການໂຮງງານຜະລິດເຄື່ອງເຄິ່ງຊັກນຳໄຟຟ້າເຂົ້າສູ່ການເຄື່ອນໄຫວ, ປາຖະໜາວ່າ ໂຮນລັງ ຈະໜູນຊ່ວຍ ນະຄອນໂຮ່ຈີມິນ ຊອກຫາມາດຕະການຮັບມືກັບບັນດາບັນຫານີ້.

        ສ່ວນ ທ່ານນາງເອກອັກຄະລັດຖະທູດໂຮນລັງ Nienke Trooster ໃຫ້ຮູ້ວ່າ ໂຮນລັງປາຖະໜາຢາກຮ່ວມມືກັບ ນະຄອນໂຮ່ຈີມິນ ກ່ຽວກັບໂຄງການເປີດກວ້າງສະໜາມບິນ ເຕີນເສີນເຍິດ; ຮ່ວມມືໃນຂົງເຂດເຕັກໂນໂລຊີສູງດ້ວຍການກໍ່ສ້າງໂຮງງານຜະລິດແຜງວົງຈອນເຄື່ອງຊັກນຳໄຟຟ້າແຫຼ່ງທຳອິດຢູ່ ນະຄອນໂຮ່ຈີມິນ, ມີຂອບຂະໜາດນັກວິສະວະກອນເຮັດວຽກ 200 ຄົນ ເມື່ອໂຮງງານເຂົ້າສູ່ການເຄື່ອນໄຫວ. ລັດຖະບານໂຮນລັງ ພ້ອມແລ້ວທີ່ຈະລົງທຶນໃຊ້ຈ່າຍ 50% ໃຫ້ການຄົ້ນຄວ້າຄວາມເປັນໄປໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ