ທ່ານເລຂາທິກນໃຫຍ່ ຫງວຽນຟູ໋ຈ້ອງເຮັດວຽກຢູ່ແຂວງບ່າເຮ້ຍ-ວຸ້ງເຕົ່າ

ທ່ານເລຂາທິກນໃຫຍ່ ຫງວຽນຟູ໋ຈ້ອງເຮັດວຽກຢູ່ແຂວງບ່າເຮ້ຍ-ວຸ້ງເຕົ່າ - ảnh 1
ທ່ານເລຂາທິກນໃຫຍ່ ຫງວຽນຟູ໋ຈ້ອງເຮັດວຽກຢູ່ແຂວງບ່າເຮ້ຍ-ວຸ້ງເຕົ່າ
(ພາບສຳນັກຂ່າວສານຫວຽດນາມ)

(vovworld) - ໃນການຢ້ຽມຢາມເປັນເວລາ 2 ວັນລະຫວ່າງວັນທີ 17-18/6 ເພື່ອແນໃສ່ຊອກຮູ້ສະພາບການປະຕິບັດໜ້າທີ່ພັດທະນາເສດຖະກິດສັງຄົມ, ວຽກ​ງານ​ກໍ່ສ້າງ​ພັກ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ.  ຕອນ​ເຊົ້າ​ວັນ​ທີ 18/6, ທ່ານ​ເລຂາທິການ​ໃຫຍ່​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະນະ​ພັກ​ແຂວງ ​ແລະ ພະນັກງານ​ຫຼັກ​ແຫຼ​ງ​ແຂວງ ບ່າ​ເຮ້ຍ-ວຸ້ງ​ເຕົ່າ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົມຂອງ​ທ້ອງ​ຖີ່​ນ.

ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 17/6, ທ່ານ​ເລຂາທິກ​ນ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ລົງ​ຢ້ຽມຢາມ​ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ເມືອງ ​ເດິ​ດດໍ. ທ່ານ​ເລຂາທິການ​ໃຫຍ່​ໄດ້​ແລກປ່ຽນ​ກັບ​ປະຊາຊົນ​ກ່ຽວ​ກັບ​ບັນດາ​ບັນຫາ​ໃນ​ຊີວິດ​ປະຈຳ​ວັນ, ພິ​ເສດ​ແມ່ນ​ການ​ຕີ​ລາຄາ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ປະຊາຊົນ ​ແລະ ພະນັກງານ. ທ່ານ​ເລຂາທິການ​ໃຫຍ່​ຖື​ວ່າ​, ພະນັກງານ, ສະມາຊິກ​ພັກ​ຍາມ​ໃດ​ກໍ່​ຕ້ອງ​ຈົດ​ຈຳ “ຖື​ປະຊາຊົນ​ເປັນ​ກົກ“ ​ໃກ້ຊິດ​ຕິດ​ພັນ​ກັບ​ປະຊາຊົນ​ຢ່າງ​​​ແໜ້ນ​ແຟ້ນ ​ແລະ ກະທຳ​ເພື່ອ​ປະຊາຊົນ

“ສິ່ງ​ສຳຄັນ​ແມ່ນ​ບົດບາດ​ນຳພາ​ຂອງ​ຄະນະ​ພັກ, ບົດບາດ​ຊີ້​ນຳ​ນຳພາການ​ປະຕິບັດ​ຂອງ​ອຳນາດ​ການ​ປົກຄອງ, ອົງການ​ພັກ​ຕ້ອງ​ປອດ​ໄສ, ພະນັກງານ​ສະມາຊິກ​ພັກ​ຕ້ອງ​ເປັນ​ແບບຢ່າງ​. ພະນັກງານ​ຕ້ອງ​ໃກ້ຊິດ​ຕິດ​ແທດ​ກັບ​ປະຊາຊົນ, ສ້າງ​ການ​ພົວພັນ​ເລ​ືອດ​ເນື້ອ​ລະຫວ່າງ​ພັກ ​ແລະ ປະຊາຊົນ“.

​ເມື່ອ​ເຕື້ອງ​ເຖິງ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ທ່ານ​ເລຂາທິກ​ນ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ ຖື​ວ່າ ​ເພື່ອ​ບັນລຸ​ໄດ້​ບັນດາ​ຜົນງານ​ໃນ​ເບື້ອງ​ຕົ້ນ​ຂອງ​​ແຜນ​ນະ​ໂຍບາຍ​ອັນ​ຖືກຕ້ອງ​ນີ້, ສິ່ງ​ສຳຄັນ​ແມ່ນ​ເມື່ອ​ວາງ​ຄາດໝາຍ​ແມ່ນ​ຕ້ອງ​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ຂອງ​ທ້ອງ​ຖີ່​ນ, ​ເໝາະ​ສົມ​ກັບ​ຈິດ​ໃຈ​ຂອງ​ປະຊາຊົນ, ຈຶ່ງ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ປະຊາຊົນ.

ຂ່າວ/ບົດ​ອື່ນ