ທ່ານ​ເລ​ຂາ​ທິ​ການ ສ​ປ​ຊ ມີ​ຄວາມ​ປະ​ທັບ​ໃຈ ຕໍ່​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ

(VOVWORLD) - ໃນວັນທີ 11 ເມສາ ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເຮັດວຽກກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres ເພື່ອແລກປ່ຽນກ່ຽວກັບບັນດາບັນຫາໃນພາກພື້ນ ແລະ ສາກົນ ທີ່ພວມພົ້ນເດັ່ນຂຶ້ນໃນປັດຈຸບັນ.

ທ່ານ​ເລ​ຂາ​ທິ​ການ ສ​ປ​ຊ ມີ​ຄວາມ​ປະ​ທັບ​ໃຈ ຕໍ່​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: baoquocte.vn)

ທີ່ການເຮັດວຽກ ຢູ່ນິວຢອກ, ອາເມລິກາ, ທ່ານ ເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ແບ່ງປັນຂໍ້ມູນ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ຂອງ ຫວຽດນາມ ໃນໄລຍະຜ່ານມາ ແລະ ສະແດງຄວາມຂອບອົກຂອບໃຈ ຕໍ່ຄວາມເອົາໃຈໃສ່, ການໜູນຊ່ວຍຂອງທ່ານເລຂາທິການໃຫຍ່ ສປຊ ທີ່ສະຫງວນໃຫ້ ຫວຽດນາມ.

ສ່ວນທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ສະແດງຄວາມປະທັບໃຈຕໍ່ການເຕີບໂຕດ້ານເສດຖະກິດ ຂອງ ຫວຽດນາມ, ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກ ທີ່ເກີດຂຶ້ນໃນພາກພື້ນ ຫວ່າງມໍ່ໆມານີ້ ແລະ ທ່ານກໍ່ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະປະຕິບັດສຳເລັດບັນດາເປົ້າໝາຍພັດທະນາທີ່ໄດ້ວາງອອກ.

ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ແຈ້ງໃຫ້ຊາບກ່ຽວກັບຂໍ້ລິເລີ່ມຂອງ ຫວຽດນາມ ແມ່ນຈັດຕັ້ງເວທີປາໄສອະນາຄົດ ອາຊຽນ (ASEAN Future Forum) ຢູ່ຮ່າໂນ້ຍ ໃນວັນທີ 23 ເມສາ. ທ່ານໃຫ້ຮູ້ວ່າ ນີ້ແມ່ນການປະກອບສ່ວນຂອງ ອາຊຽນ ແລະ ບັນດາປະເທດ ໃນພາກພື້ນ ເພື່ອຕອບສະໜອງກອງປະຊຸມສຸດຍອດ ອະນາຄົດ ໂດຍ ສປຊ ຈະຈັດຂຶ້ນໃນເດືອນ ກັນຍາຈະມາເຖິງ, ພ້ອມທັງ ບັນດາການແລກປ່ຽນຢູ່ ເວທີປາໄສ ກໍ່ແມ່ນພື້ນຖານ ເພື່ອໜູນຊ່ວຍວຽກງານວາງແຜນກຳນົດນະໂຍບາຍຂອງລັດຖະບານບັນດາປະເທດສະມາຊິກ ອາຊຽນ ແລະ ສ້າງວິໄສທັດ ຂອງ ອາຊຽນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ