ທ່ານເລຂາທິການ ໃຫຍ່ຫງວຽນຟູ໋ ຈ້ອງ ຕອບສຳພາດ ຕໍ່ນັກຂ່າວ ວິທະຍຸກະຈາຍ ສຽງຫວຽດນາມ

ທ່ານເລຂາທິການ ໃຫຍ່ຫງວຽນຟູ໋ ຈ້ອງ ຕອບສຳພາດ ຕໍ່ນັກຂ່າວ ວິທະຍຸກະຈາຍ ສຽງຫວຽດນາມ - ảnh 1
ທ່ານ​ເລຂາທິການ​ໃຫຍ່ຫງວຽນ​ຟູ໋ຈ້ອງ ຕອບສຳພາດຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ

(VOV World)ປີ​​ເຖາະໄດ້​ລວງ​ເລີຍ​ໄປ​ແລ້ວ ດ້ວຍ​ບັນດາ​ໝາກຜົນ​ອັນ​ໃຫຍ່​ຫຼວງ​ຂອງ​ປະ​ເທດ​ຊາດ​ໃນ​ທຸກ​ຂົງ​ເຂດ, ທ່າ​ແຮງ ​ແລະ ກຳລັງ​ແຮງ​ຂອງ​ປະ​ເທດ​ຊາດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ, ສ້າງ​ປະຖົມ​ປັດ​​ໄຈຢ່າງ​ໝັ້ນຄົງ​ໃຫ້​ປີ 2012 ​ແລະ ຊຸມ​ປີ​ຕໍ່​ໄປ. ​ເນື່ອງ​ໃນ​ໂອກາດ​ຕ້ອນຮັບ​ປີ​ໃໝ່ ປີ​ມະ​ໂຣງ 2012, ທ່ານ​ເລຂາທິການ​​ໃຫຍ່​ພັກ​ກອມມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ. ​​ເມື່ອເຕື້ອງ​ເຖິງ​​ເລື່ອງຜັນຂະ​ຫຍາຍການປະຕິບັດ​ມະຕິ 11 ຂອງ​ພັກ​ກອມູນິດ​ຫວຽດນາມ​ໃນ​ປີ​ຜ່ານ​ມາ ກໍ່​ຄື​ການ​ເສີມ​ຂະຫຍາຍ​ມູນ​​ເຊື້ອ 82 ປີ​ຂອງ​ພັກ​ເພື່ອ​ສ້າງ​ສຳ​ເລັດ​ບັນດາ​ຄາດ     ໝາ​ຍເຊິ່ງມະຕິ​ໄດ້​ວາງ​ອອກ​ຢ່າງ​ມີ​​ໄຊ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊີ້​ແຈງ​ວ່າ:

“ປີ 2011 ແມ່ນ​ປີ​ທຳ​ອິດ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ກອມູນິດ​ຫວຽດນາມ - ​ດ້ວຍ​ຫຼາຍເຫດການ​, ​ຄວາມ​ຫຍຸ້ງ​ຍາກ​, ການ​ທ້າ​ທາຍຫຼາຍ​ຢ່າງ ​ແຕ່​​ກໍ​ບັນລຸໄດ້ໝາກຜົນ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ. ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11, ພວກ​ເຮົາ​ໄດ້ຜັນ​ຂະຫຍາຍ​ການ​ຄົ້ນ​ຄ້ວາ, ຮ່ຳຮຽນ, ຊາບ​ຊຶມ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ.​. ພ້​ອມທັງ​ສ້າງ​ບັນດາ​​ໂຄງການ​ປະຕິບັດ​ງານ, ​ແຜນການ​ປະຕິບັດ​ງານ, ລະບຽບການ​ເຮັດ​ວຽກ​ຢູ່​ທຸກຂະ​ແໜງ​ການ, ທຸກ​ຂັ້ນ ​ແລະ ຜັນ​ຂະຫຍາຍ​ການຫັນ​​ບາງ​ລັດຖະນະ​ໂຍບາຍ​ສຳຄັນຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກເປັນ​ລະອຽດ”

ຕາມ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ ​ແລ້ວ, ວຽກ​ງານ​ທີ່ 2 ທີ່ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ປີ​ທີ່​ຜ່ານ​ມາ, ນັ້ນ​ແມ່ນ ຫວຽດນາມ​ໄດ້​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ ສສຊ ຊຸດ​ທີ 13 ​ແລະ ສະມາຊິກ​ສະພາ​ ປຊຊ ທຸກ​ຂັ້ນ​ອາຍຸ​ການ 2011 – 2016 ​ໃນ​ວັນ​ດຽວ​ກັນ​ສຳເລັດ​ຜົນ. ວຽກ​ງານ​ທີ່ 3​ ນັ້ນ​ແມ່ນ​ຫວຽດນາມ​ໄດ້​ຮັບ​ມື ​ແລະ ​ແກ້​ໄຂ​ບັນຫາ​ຈຳນວນ​ໜຶ່ງ​ກ່ຽວ​ກັບ​ວຽກ​ງານ​ພາຍ​ໃນ ​ແລະ ການຕ່າງ​ປະ​ເທດ ສຳ​ເລັດ​ຜົນ. ຍ້ອນ​ໄດ້​ຮັບ​ຜົນ​ສະທ້ອນ​ຈາກວິ​ກິດ​ການ​ການ​ເງິນ ​ແລະ ການຊຸດ​ໂຊມ​ທາງ​ດ້ານເສດຖະກິດ​ທົ່ວ​ໂລກ, ຫວຽດນາມ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ຈຸດໝາຍ​ຄວບຄຸມ​ໄພ​ເງິນ​ເຟີ້, ຮັກສາເສດຖະກິດ​ມະຫາ​ພາກ​ໃຫ້​ເປັນ​ປົກກະຕິ, ຮັບປະກັນ​ຊີວິດ​ສັງ​ຄົມ, ​ແກ້​ໄຂ​ບັນດາ​ບັນ​ຫາ​ໃໝ່, ສັບສົນ​ທີ່​ເກີດ​ຂຶ້ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ… ວຽກງານທີ່ 4 ແມ່ນ ຫວຽດນາມ​ໄດ້ຍຸ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​​ໃນ​ທ້າຍ​ປີ ​ແລະ ​​ໄດ້​ຮັບ​​ຜົນ​ດີໃນ​ການ​ສືບ​ຕໍ່​ຮັກສາ​ອະທິປະ​ໄຕ ​ເອກະລາດ​ແຫ່ງ​ຊາດ ທັງ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ເພື່ອ​ພັດທະນາ​ປະ​ເທດ​ຊາດ, ພ້ອມ​ທັງເພີ່ມ​ທະວີ​ບັນດາ​ການ​ເຄື​່ອນ​ໄຫວ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ​ເພື່ອ​ຍົກ​ສູງ​ທີ່​ຕັ້ງບົດບາດ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ.

 ກ້າວ​ເຂົ້າ​ສູ່​ປີ​ໃໝ່​ປີ​ມະ​ໂຣງ 2012 ກໍ່​ແມ່ນ​ຈຸດ​ເວລາ​ທີ່​ພັກ​ກອມູນິດ​ຫວຽດນາມ​ກະກຽມ​ສະ​ເຫຼີ​ມສະຫຼອງ 82 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ, ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟູ໋ຈ້ອງ ​ໄດ້​ຝາກ​ຄຳ​ອວຍພອນ​ປີ​ໃໝ່​​ໄປ​ຍັງ​ພະນັກງານ, ສະມາ​ຊິກ​ພັກ ປະຊາຊົນ, ນັກຮົບ, ຕຳຫຼວດໃນ​ທົ່ວ​ປະ​ເທດ. ທ່ານ​ ຊີ້​ແຈງ​ວ່າ:

“ປີ​ນີ້, ພວກ​ເຮົາ​ລະນຶກ 82 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມູນິດ​ຫວຽດນາມ. ທົບ​ທວນ​ຄືນ 82 ປີ ​ຜ່ານ​ມາ, ພັກ​ເຮົາ​ໄດ້​ມີ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ທີ່​ມີ​ຕໍ່​ພາລະກິດ​ປະຕິວັດ​ຂອງ​ຫວຽດນາມ, ນຳພາ​ ປຊຊ ຍາດ​​ເອົາໄຊຊະນະ​ຕ່າງໆ. ນັບ​ແຕ່​ມີ​ພັກມາ​ຮອດ​ປະຈຸ​ບັນ, ປະ​ເທດ​ເຮົາ​ໄດ້​ມີ​ການປ່ຽນ​ແປງ​ຫຼາຍ​ຢ່າງ, ກາຍ​ເປັນ​ປະ​ເທດ​ເອກະລາດ, ​ເສລີພາບ, ປະຊາຊົນ​ເປັນ​ເຈົ້າ​ປະ​ເທດ​ຊາດ, ​ເປັນ​ເຈົ້າ​ສັງຄົມ ​ແລະ​ມີ​ການ​ພົວພັນ​ກັບ​ສາກົນຢ່າງ​ກວ້າງຂວາງ​”

​        ເນື່ອງ​​ໃນ​ໂອກາດ​ປີ​ໃໝ່​ວຽນ​ມາ, ທ່ານ​ເລຂາທິການ​ໃຫຍ່ ຫງວຍນຟູ໋ຈ້ອງ ກໍ​ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ບັນດາ​ໝາ​ກຜົນ​ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກກອມ​ມູນິດ​ຫວຽດນາມຄັ້ງທີ 3 ​ແລະ ທີ 4 ​ແລະ ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ຂອງສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13 ..​​​. ​​ເຊິ່ງໄດ້​ປະກອບສ່ວນ​ເຮັດ​ໃຫ້​ບັນຍາກາດ​ປະຊາທິປະ​ໄຕ​ໃນ​ພັກ, ​ໃນ​ສັງຄົມ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ

​ ເນື່ອງ​​ໃນ​ໂອກາດ​ປີ​ໃໝ່, ທ່ານ​ເລຂາທິການ​ໃຫຍ່ ຫງວຍນຟູ໋ຈ້ອງ ກໍ່​ ຝາກ​ຄຳ​ຢື້​ຢາມ​ຖາມ​ຂ່າວ, ​ແລະ​ຄຳ​ອວຍພອນ​​ໄຊ​ອັນ​ປະ​ເຊີດ​​ໄປ​ຍັງ ຊາວ​ຫວຽດນາມທີ່​ພວມດຳລົງ​ຊີວິດ, ​ເຮັດ​ວຽກ ​ແລະ ຮຳ່ຮຽນ​ຢູ່​ຕ່າງປະ​ເທດ​ແລະ​ຫວັງ​ວ່າ​ຍາມ​ໃດ​ເຂົາ​ເຈົ້າ​ກໍ່​ອ່ວາຍ​ເມືອ​ຫາ​ບ້ານ​ເກີດ​ເມືອງ​ນອນ, ພ້ອມ​ກັນ​ກໍ່ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ໃຫ້​ດີ ​ເພື່ອ​ໄດ້​ຮັບ​ຜົນງານ​ອັນ​ໃຫຍ່​ຫຼວງ​ກວ່າ​ອີກ​ໃນ​ປີ 2012.

ຂ່າວ/ບົດ​ອື່ນ