ທ່ານເລຂາທິການໃຫຍ່ AIPA ອວຍພອນທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ

(VOVWORLD) - ໃນຈົດໝາຍ, ທ່ານເລຂາທິການໃຫຍ່ AIPA ສົ່ງຄຳຂອບໃຈສະພາແຫ່ງຊາດ ຫວຽດນາມ ຍ້ອນໄດ້ໜູນຊ່ວຍ ແລະ ຮ່ວມມືກັບ AIPA ແລະ ຄະນະເລຂາ AIPA ຢ່າງແໜ້ນແຟ້ນ.
ທ່ານເລຂາທິການໃຫຍ່ AIPA ອວຍພອນທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ - ảnh 1(ທ່ານເລຂາທິການໃຫຍ່ AIPA ນາງ Ar.Siti Rozaimeriyanty Dato Haji Abdul Rahman)

        ເນື່ອງໃນໂອກາດທ່ານ ເຈິ່ນແທັງເໝີນ ໄດ້ເລືອກຕັ້ງດຳລົງຕຳແໜ່ງປະທານສະພາແຫ່ງຊາດ ສສ.ຫວຽດນາມ ທີ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 31 ມິຖຸນາ, ທ່ານເລຂາທິການໃຫຍ່ສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ (AIPA) ນາງ Ar.Siti Rozaimeriyanty Dato Haji Abdul Rahman, ໄດ້ສົ່ງຈົດໝາຍມາອວຍພອນ.

        ໃນຈົດໝາຍ, ທ່ານເລຂາທິການໃຫຍ່ AIPA ສົ່ງຄຳຂອບໃຈສະພາແຫ່ງຊາດ ຫວຽດນາມ ຍ້ອນໄດ້ໜູນຊ່ວຍ ແລະ ຮ່ວມມືກັບ AIPA ແລະ ຄະນະເລຂາ AIPA ຢ່າງແໜ້ນແຟ້ນ.

        ທ່ານເລຂາທິການໃຫຍ່ AIPA ອວຍພອນທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ແລະ ເຊື່ອໝັ້ນວ່າ, ດ້ວຍປະສົບການເຄີຍດຳລົງຕຳແໜ່ງຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ຈະສືບຕໍ່ຊຸກຍູ້ການພັດທະນາຂອງສະພາແຫ່ງຊາດ ຫວຽດນາມ ຫຼາຍກວ່າອີກ, ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືລະຫວ່າງ ສະພາແຫ່ງຊາດ ຫວຽດນາມ - AIPA, ປະກອບສ່ວນໃຫ້ຄວາມວັດທະນາຖາວອນລວມຂອງພາກພື້ນ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ