ທ່ານ​ເລ​ຂາ​ທິ​ການ​ໃຫຍ່ NATO ເຊື່ອ​ໝັ້ນ​ ຊູ​ແອັດ ຈະ​ເຂົ້າ​ຮ່ວມ​​ສຳ​ພັນ​ທະ​ມິດ

(VOVWORLD) - ຊູແອັດ ຈະເຂົ້າຮ່ວມສຳພັນທະມິດການທະຫານດັ່ງກ່າວ. ກ່າວຄຳເຫັນທີ່ກອງປະຊຸມບໍ່ເປັນທາງການຂອງບັນດາລັດຖະມົນຕີການຕ່າງປະເທດ NATO ເຊິ່ງໄດ້ດຳເນີນໃນລະຫວ່າງວັນທີ 30 – 31 ພຶດສະພາ ຢູ່ນະຄອນ Oslo, ປະເທດ ນອກແວ, ທ່ານ Jens Stoltenberg ສະແດງຄວາມ “ເຊື່ອໝັ້ນຢ່າງແນວແນ່” ວ່າ ຊູແອັດ ຈະກາຍເປັນສະມາຊິກຖາວອນຂອງ NATO.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ NATO ເຊື່ອ​ໝັ້ນ​ ຊູ​ແອັດ ຈະ​ເຂົ້າ​ຮ່ວມ​​ສຳ​ພັນ​ທະ​ມິດ - ảnh 1 ທ່ານເລຂາທິການໃຫຍ່ ອົງການສົນທິສັນຍາອັດລັງຕິກເໜືອ (NATO) Jens Stoltenberg (ພາບ: NATO)

ວັນທີ 30 ພຶດສະພາ, ທ່ານເລຂາທິການໃຫຍ່ ອົງການສົນທິສັນຍາອັດລັງຕິກເໜືອ (NATO) Jens Stoltenberg ຖືວ່າ ຊູແອັດ ຈະເຂົ້າຮ່ວມສຳພັນທະມິດການທະຫານດັ່ງກ່າວ. ກ່າວຄຳເຫັນທີ່ກອງປະຊຸມບໍ່ເປັນທາງການຂອງບັນດາລັດຖະມົນຕີການຕ່າງປະເທດ NATO ເຊິ່ງໄດ້ດຳເນີນໃນລະຫວ່າງວັນທີ 30 – 31 ພຶດສະພາ ຢູ່ນະຄອນ Oslo, ປະເທດ ນອກແວ, ທ່ານ Jens Stoltenberg ສະແດງຄວາມ “ເຊື່ອໝັ້ນຢ່າງແນວແນ່” ວ່າ ຊູແອັດ ຈະກາຍເປັນສະມາຊິກຖາວອນຂອງ NATO.

        ແຟງລັງ ແລະ ຊູແອັດ ໄດ້ຢຸດຕິການປະຕິບັດນະໂຍບາຍບໍ່ຮ່ວມສຳພັນການທະຫານທີ່ແກ່ຍາວເປັນຫຼາຍທົດສະວັດ ແລະ ຕົກລົງຢືນໃບຄຳຮ້ອງຂໍເປັນສະມາຊິກ NATO ເມື່ອປີກາຍ. ໃບຄຳຮ້ອງຂອງສອງປະເທດ ເອີຣົບເໜືອນີ້ ໄດ້ຮັບການຮັບຮອງຢູ່ທີ່ກອງປະຊຸມສຸດຍອດ NATO ເມື່ອເດືອນ ມິຖຸນາ 2022. ວັນທີ 4 ເມສາ ຜ່ານມາ, ແຟງລັງ ໄດ້ເຂົ້າເປັນສະມາຊິກ ຖາວອນຂອງ NATO ແລະ ເປັນສະມາຊິກທີ 31 ຂອງສຳພັນທະມິດການທະຫານດັ່ງກ່າວ.

        ເພື່ອກາຍເປັນສະມາຊິກຖາວອນຂອງ NATO, ໃບຄຳຮ້ອງຕ້ອງໄດ້ຮັບການໃຫ້ສັດຕະຍາບັນຈາກບັນດາປະເທດສະມາຊິກທັງໝົດ. ປັດຈຸບັນ, ຕວັກກີ ແລະ ຮຸງກາຣີ ຍັງບໍ່ທັນສະໜັບສະໜູນ ຊູແອັດ ເຂົ້າຮ່ວມອົງການດັ່ງກ່າວເທື່ອ.


ຕອບກັບ

ຂ່າວ/ບົດ​ອື່ນ