ທ່ານເລຂາທິການໃຫຍ່ Nguyen Phu Trong ຕ້ອນຮັບນາຍົກ ລັດຖະມົນຕີແດນມາກ

ທ່ານເລຂາທິການໃຫຍ່ Nguyen Phu Trong ຕ້ອນຮັບນາຍົກ ລັດຖະມົນຕີແດນມາກ - ảnh 1

ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong
ຕ້ອນຮັບ​ນາຍົກລັດຖະມົນຕີ​ແດນ​ມາກ
(ພາບ: TTXVN)

(vovworld) -     ຕອນ​ບ່າຍ​ວັນ​ທີ 8/11, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ໄດ້​ໃຫ້ການ​ຕ​້ອນຮັບ​ທ່ານ​ນາງ Helle Thorning Schmidt, ນາຍົກລັດຖະມົນຕີລາຊະ​ອານາຈັກ​ແດນ​ມາກ, ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung. ທີ່​ການ​ຕ້ອນຮັບ, ​ທ່ານ​ນາງ Helle Thorning Schmidt ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ​ ​ແລະ ​ຍູ້​ແຮງ​ຢ່າງຮອບດ້ານ​ກວ່າ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ. ທ່ານ​ນາງ​ກໍ​ຢືນຢັນ​ວ່າ ລັດຖະບານ​ແດນ​ມາກ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຫວຽດນາມ ​ແລະ ປະຕິບັດ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​​ໃນ​ຂົງ​ເຂດການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ພະລັງງານ, ສິ່ງ​ແວດ​ລ້ອມ ​ແລະ ການ​ເຕີບ​ໂຕ​ຂຽວຢ່າງ​ມີ​ປະສິດທິ​ຜົນ; ຊຸກຍູ້​ເພື່ອ​ຍົກ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ການ​ຮ່ວມ​ມື​ຮອບດ້ານ.

ສ່ວນ​ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ປາດ​ຖະໜາ​ວ່າ, ທ່ານ​ນາງ​ນາຍົກລັດຖະມົນຕີ​ສະໜັບສະໜູນ​ເລື່ອງ​ແດນ​ມາກ ສືບ​ຕໍ່​ຮັກສາ​ການ​ໜູນ​ຊ່ວຍ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ເພີ່ມ​ທະວີ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ເຊິ່ງສອງ​ຝ່າຍ​ມີ​ທ່າ​ແຮງ, ສາມາດ​ເພີ່ມ​​ເຕີມ​ໃຫ້​ກັນ. ທ່ານ​ເລຂາທິການ​ໃຫຍ່ ຢືນ​ຢັນ​ວ່າ ພັກ ​ແລະ ລັດ​ຫວຽດນາມ ຢືດ​ໝັ້ນ​​ແນວ​ທາງ​ປ່ຽນ​​ແປງໃໝ່ ​ແລະ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເປີດ​ກວ້າງ, ຖື​ການ​ພົວພັນ​ຮ່ວມ​ມື​​ເປັນຫຼາຍ​ຮູບ​ຫຼາຍ​ແບບ​ກັບ​ລາຊະ​ອານາຈັກ​ແດນ​ມາກ​ ເປັນ​ສຳຄັນ, ນັບ​ທັງ​ການ​ພົວພັນ​ພັກ, ​ໃນ​ນັ້ນ​ມີການ​ພົວພັນ​ກັບ​ພັກ​ປະຊາທິປະ​ໄຕ​ສັງຄົມ​ແດນ​ມາກ; ການ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ