ທ່ານເລຂາທິການໃຫຍ່ Nguyen Phu Trong ຕ້ອນຮັບປະທານວຸດທິສະພາ ມ້ຽນມາ

ທ່ານເລຂາທິການໃຫຍ່ Nguyen Phu Trong ຕ້ອນຮັບປະທານວຸດທິສະພາ ມ້ຽນມາ - ảnh 1
ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​
ຕ້ອນຮັບຄະນະ​ຜູ​້ແທນວຸດ​ທິສະພາ​ມ້ຽນ​ມາ
( ພາບ: TTXVN )


( vovworld ) -   ຕອນ​ບ່າຍ​ວັນ​ທີ 22/6, ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ໄດ້​ໃຫ້ການຕ້ອນຮັບຄະນະ​ຜູ​້ແທນວຸດ​ທິສະພາ​ມ້ຽນ​ມາ​ ໂດຍ​ທ່ານ​ປະທານ​ວຸດ​ທິສະພາ​ ຄິນອອງມິນ ນຳ​ໜ້າ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽ​ດນາມ ຢ່າງ​ເປັນ​ທາງ​ການ. ທີ່​ການ​ຕ້ອນຮັບ, ​ທ່ານ​ປະທານ​ວຸດ​ທິສະພາ​ ຄິນອອງມິນ ​ໄດ້​ຢືນຢັນ​ວ່າ ນະ​ໂຍບາຍ​ຂອງ​ມ້ຽນ​ມາ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກເພີ່ມ​ທະວີ​ການ​ພົວພັນ​ຖານ​ບ້ານ​ໄກ້​ເຮືອນ​ຄຽງ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ຫວຽນາມກວ່າ​ອີກ. ທ່ານ ຄິນອອງມິນ ​ໄດ້​ສະ​ແດງ​ຄວາມ​ນັບຖື​ຕໍ່​ທ່ານປະທານ​​ ໂຮ່ຈິ​ມິນ ​ແລະ ນັບຖື​ຕໍ່​ພາລະກິດ​ຕໍ່ສູ້​ປົດ​ປ່ວຍ​ຊາດ​ຂອງ​ປະຊາຊົນ​ຫວຽດນາມ, ຕີ​ລາຄາ​ສູງ​ບົດບາດ​ນຳພາຂອງ​ການ​ນຳພັກ​ກອມ​ມູນິດ​ຫວຽດນາມ, ​ອວຍ​ພອນ​ບັນດາ​ຜົນງານ​ທີ່​ໃຫຍ່​ຫຼວງ​​ເຊິ່ງປະຊາຊົນ​ຫວຽດນາມ ບັນລຸ​ໄດ້ ​ໃນ​ພາລະກິດ​ປ່ຽນ​ໃໝ່ ​ແລະ ຂອບ​ໃຈ​ຫວຽດນາມ ​ໄດ້​ສະໜັບສະໜູນ​ປະຊາຊົນ ມ້ຽນ​ມາ ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ໃນ​ໄລຍະ​ທີ່​ຜ່ານ​ມາ. ສ່ວນ​ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ໄດ້​ຖື​ວ່າ, ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ຄະນະຜູ​ແທນວຸດ​ທິສະພາມ້ຽນ​ມາ ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ອົງການ​ນິຕິ​ບັດ​ຍັດ​ເວົ້າ​ສະ​ເພາະ ​ແລະ ສອງ​ປະ​ເທດ​ເວົ້າ​ລວມກວ່າ​ອີກ . ທ່ານ​ເລຂາທິການ​ໃຫຍ່​ໄດ້​ຢືນຢັນ​ ຢາກ​ຍູ້​ແຮງ​ການ​ພົວພັນ​ແລກປ່ຽນ​ ​ແລະ ​ເພີ່ມ​ທະວີ​ການ​ພົວພັນມິດຕະພາບ ​ແລະ ການຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ