ທ່ານເລຂາທິການໃຫຍ່ Nguyen Phu Trong ລົງພົບປະກັບຜູ້ມີສິດເລືອກຕັ້ງຮ່າໂນ້ຍ

ທ່ານເລຂາທິການໃຫຍ່ Nguyen Phu Trong ລົງພົບປະກັບຜູ້ມີສິດເລືອກຕັ້ງຮ່າໂນ້ຍ - ảnh 1
( ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຮ່າ​ໂນ້ຍ )

( vovworld ) –   ວັນ​ທີ 4/5, ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ພ້ອມ​ກັບ​ສະມາຊິກ​ສະພາ​ແຫ່ງ​ຊາດໜ່ວຍ​ເລືອກ​ຕັ້ງ​ເລກ 1, ນະຄອນຫຼວງ​ຮ່າ​ໂນ້ຍ, ​ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ Ba Dinh ​ແລະ ​ເມືອງ Hoan Kiem. ບັນຫາ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສົນ​ໃຈ​ເປັນ​ພິ​ເສດ​ແມ່ນ​ການ​ຄຸ້ມ​ຄອງ​ຄວາມ​ເ​ປັນ​ລະບຽບ​ຮຽບຮ້ອຍ​ໃນ​ຕົວ​ເມືອງ, ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ ​ແລະ ຕ້ານ​ສະພາບ​ການ​ລົດຕິດ​ໃນ​ການ​ສັນຈອນ​ໄປມາ; ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ; ປ່ຽນ​ໃໝ່​ຮູບ​ແບບການ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ… ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ Ba Dinh ​ແລະ ​ເມືອງ Hoan Kiem ຕີ​ລາຄາ​ສູງ​ຕໍ່​ມະຕິ​ກອງ​ປະຊຸມ​ຄະ​ນະ​ບໍລິຫານ​ງານ​ສູນ​ກາງພັກ​ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ຮີບ​ດ່ວນ​ໃນ​ການ​ກໍ່ສ້າງ​ພັກ. ຄຳ​ຄິດ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫຼາຍ​ທ່ານ​ໄດ້​ສະ​ເໜີ​ວ່າ ຕ້ອງ​ສືບຕໍ່​ມີ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ, ຮັດ​ແຄບ​ຊ່ອງ​ຫວ່າງຄວາມ​ແຕກ​​ໂຕນ​ດ້ານ​ເສ​ດຖະກິດ, ຊ່ວຍ​ເຫຼືອ​ປະຊາຊົນ​ຜູ້​ທຸກ​ຍາກ​ໃນ​ຂະນະ​ທີ່​ລາຄາ​ສິນຄ້າ​ເພີ່ມ​ຂຶ້ນ​ສູງ. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ເນັ້ນ​ໜັກ​ວ່າ ບັນດາ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ຈຳກັດ​ຊ່ອງ​ຫວ່າງ​ຜູ້​ຮັ່ງມີ ​ແລະ ຄົນ​ທຸກ​ຍາກ​ຄວນ​ໄດ້​ຮັບ​ຄວາມເອົາ​ໃຈ​ໃສ່​ເປັນ​ພິ​ເສດ.

        “ ຖ້າ​ຫາກ​ປະຕິບັດ​ນະ​ໂຍບາຍ​ທາ​ງດ້ານສັງຄົມບໍ່​ໄດ້​ດີ ​ແມ່ນ​ພວກ​ເຮົາ​​ເດີນ​ບໍ່​ຖືກ​ຕາມທິດທາງ​ຂອງ​ລັດທິ​ສັງ​ຄົນ​ນິຍົມ. ຖ້າບໍ່​ສາມາດຮັບປະກັນ​ໃຫ້​ແກ່​ບັນຫາ​ນີ້​ແມ່ນ​ບໍ່​ເຮັດ​ຫຼ້ອນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕໍ່​ປະຊາຊົນ. ການ​ເຕີບ​ໂຕ​ເສດຖະກິດ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ຄວາມ​ກ້າວໜ້າ ​ແລະ ຍຸດຕິ​ທຳ​​ສັງຄົມ​ໃນ​ແຕ່​ລະນະ​ໂຍບາຍ, ​ໃນ​ແຕ່​ລະບາດ​ກ້າວ​ພັດທະນາ, ຫາກ​ບໍ່​ແມ່ນ​ຕ້ອງ​ລໍ​ຖ້າ​ໃຫ້​ເສດຖະກິດ​ພັດທະນາ​ແລ້ວ ພວກ​ເຮົາ​ຈຶ່ງ​ເຮັດ​ຕາມ​ຫຼັງ. ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​ສູນກາງ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນ​ຫາ​ນີ້ ​ແລະ ອາດ​ຈະ​ມີມະຕິ​ດ້ວຍ​ຫົວ​​ເລື່ອງສະ​ເພາະ​ກ່ຽວ​ກັບ​ນະ​ໂຍບາຍ​ສັງຄົມ. ຖ້າ​ຫາກ​ມີ​ມະຕິ​ນີ້​ແມ່ນທີ່​ວ່າ​ເປັນ​ຄັ້ງ​ທຳ​ອິດທີ່​ມະຕິ​ສູນກາງ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຫົວ​ຂໍ້​ໃນ​ວຽກ​ງານ​ນະ​ໂຍບາຍ​ສັງຄົມ, ຮັບປະກັນ​ຊີວິດ​ສັງຄົມ, ຈຳກັດ​ຊ່ອງ​ຫວ່າງ​ຄວາມ​ແຕກ​ໂຕ​ນ ລະຫວ່າງ​ຄົນ​ຮັ່ງມີ ​ແລະ ຜູ້​ທຸກ​ຍາກ ”.

ຂ່າວ/ບົດ​ອື່ນ