ທ່ານເລຂາທິການໃຫຍ່ Nguyen Phu Trong ເຂົ້າຮ່ວມງານພົບປະ ສະມາຊິກພັກໜຸ່ມຮ່າໂນ້ຍ

ທ່ານເລຂາທິການໃຫຍ່ Nguyen Phu Trong ເຂົ້າຮ່ວມງານພົບປະ ສະມາຊິກພັກໜຸ່ມຮ່າໂນ້ຍ - ảnh 1
( ທ່ານ​ເລຂາທິຫານ​ໃຫຍ່ Nguyen Phu Trong ກ່າວຄຳເຫັນທີ່ພິທີ )

( vovworld ) –   ​ຕອນ​ຄໍ່າ​ວັນ​ທີ 22/4, ຢູ່​ຮ່າ​ໂນ້ຍ,​ ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ນະຄອນຫຼວງ​ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງການ​ພົບ​ປະກັບ​ສະມາຊິກ​ພັກ​ໜຸ່ມ​ທີ່​ດີ​ 1000 ຄົນ​ ​ແລະ ຍ້ອງຍໍສັນລະ​ເສີນສະມາຊິກ​ພັກໜຸ່ມ​ທີ່ດີ​ເດັ່ນປີ 2012 100 ຄົນ. ​ເຂົ້າ​ຮ່ວມ​ພິທີ ​ແລະ ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເລຂາທິຫານ​ໃຫຍ່ພັກ​ກອມ​ມູນິດ​ຫວຽ​ດນາມ Nguyen Phu Trong ​ໄດ້​ເນັ້ນ​ໜັກ​ວ່າ; ບັນດາ​ສະມາຊິກ​ພັກ​ໜຸ່ມ​ທີ່​ໄດ້​ຮັບ​ການ​ຍ້ອງຍໍ​ໃນ​ມື​້ນີ້ເປັນອະນາຄົດອັນ​ລ້ຳ​ຄ່າຂອງ​ພັກ, ​ແມ່ນ​ດອກ​ໄມ້​ທີ່​ສວຍ​ງາມ​ໃນ​ສວນ​ດອກ​ໄມ້​ຂອງ​ໄວ​ໜຸ່ມ​ນະຄອນຫຼວງ, ​ໄດ້​ເສີມ​ຂະຫຍາຍ​ບົດບາດນຳ​ໜ້າ, ​ເປັນ​ແບບຢ່າງ​ຂອງ​ບັນດາ​ສະມາຊິກ​ພັກ ​ແລະ ນັກຮົບ​ກອມ​ມູນິດ​ໜຸ່ມ. ທ່ານ​ເລຂາທິການ​ໃຫຍ່​ Nguyen Phu Trong ກ່າວ​ວ່າ.

“ ບັນດາ​ສະມາຊິກ​ພັກ​ໄດ້​ເສີມ​ຂະຫຍາຍ​ບົດບາດນຳ​ໜ້າ​ເປັນ​ແບບ​ຢ່າງຂອງ​ບັນດາ​ສະມາຊິກ​ພັກ, ນັກຮົບ​ກອມ​ມູນິດ​ໜຸ່ມ, ກອນ​ອື່ນ​ໝົດສະມາຊິກ​ພັກຕ້ອງ​ນຳ​ໜ້າ ​ແລະ ​ເປັນ​ແບບຢ່າງ. ນຳ​ໜ້າ​ທັງ​ດ້ານ​ແນວ​ຄິດ, ຈິນຕະນາການ, ຄວາມ​ຮູ້, ການ​ເຄື່ອນ​ໄຫວຕົວ​ຈິງ, ບ່ອນ​​ໃດຫຍຸ້ງຍາກ​, ລຳບາກ, ​ເສຍ​ສະຫຼະຫຼາຍ​ກວ່າ​ໝູ່​ແມ່ນຈະ​ມີ​ການ​ປະກອບ​ສ່ວນຂອງ​ສະມາຊິກ​ພັກ​ກອມ​ມູນິດ, ​ເພື່ອ​ສ້າງ​ບັນດາຜົນງານ, ດ້ວຍ​ສະມັດ​ຕະພາບ, ຄຸນ​ນະພາ​ບສູງ​ສຸດ, ປະກອບສ່ວນ​ຢ່າງ​ຫຼວງຫຼາຍ​​ໃຫ້​ແກ່​ປະ​ເທດ​ຊາດ. ”

ຂ່າວ/ບົດ​ອື່ນ