ທ່ານເລຂາທິການໃຫຍ່ Nguyen Phu Trong ເຮັດວຽກກັບ ສະຖາບັນການເມືອງການປົກຄອງແຫ່ງຊາດ

ທ່ານເລຂາທິການໃຫຍ່ Nguyen Phu Trong ເຮັດວຽກກັບ  ສະຖາບັນການເມືອງການປົກຄອງແຫ່ງຊາດ  - ảnh 1
ທ່ານເລຂາທິການໃຫຍ່ Nguyen Phu Trong ເຮັດວຽກກັບການນຳສະຖາບັນ
ການເມືອງ ການປົກຄອງແຫ່ງຊາດ Ho Chi Minh

(vovworld) - ​ຕອນ​ເຊົ້າ​ວັນ​ທີ 25/4, ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​​ໄດ້​ລົງ​ຢ້ຽມຢາມ ​ແລະ ເຮັດ​ວຽກ​ກັບ​ສະຖາບັນ​ການ​ເມືອງ​ການ​ປົກຄອງ​ແຫ່ງ​ຊາດ Ho Chi Minh. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ເລ​ຂາ​ທິການ​ໃຫຍ່​ Nguyen Phu Trong ໃສ່​ໃຈ​ວ່າ: ສະ​ຖາ​ບັນ​ຄວນ​ຍົກ​ສູງ​ຄຸນ​ນະພາ​ບການ​ບຳລຸງ​ສ້າງ, ອົບຮົມ​ໃຫ້​ພະນັກງານ ​ແລະ ຄົ້ນ​ຄ້ວາ​ວິທະຍາສາດ​ຂອງ​ສະ​ຖາ​ບັນ. ທ່ານ​ເລຂາ​ທິການ​ໃຫຍ່ Nguyen Phu Trong ຊີ້​ແຈງ​ວ່າ ຄວນ​​ເອົາ​ໃຈ​ໃສ່​​ເຖິງ​ການ​ບຳລຸງ​ສ້າງ​ຄວາມ​ຊຳນານ​ໃນ​ການ​ຄຸ້ມ​ຄອງ, ການ​ຊີ້​ນຳ, ຄຽງ​ຄູ່​ກັບ​ການ​ບຳລຸງ​ສ້າງ​ວິຊາ​ສະ​ເພາະ​ຄວນ​ເອົາ​ໃຈ​ໃສ່​​ເຖິງ​ການ​ບຳລຸງ​ສ້າງ​ຄຸນສົມບັດ. ວຽກ​ງານ​ຄົ້ນ​ຄ້ວາ​ວິທະຍາສາດ​ຕ້ອງ​ຮັບ​ໃຊ້​​ໂດຍ​ກົງ​ໃຫ້​ແກ່​ວຽກ​ງານ​ສິດສອນ ​ແລະ ສ້າງ​ແນວທາງ, ພັດທະນາ​ທິດ​ສະ​ດີ. ທ່ານ​​ເລ​ຂາ​ທິການ​ໃຫຍ່ Nguyen Phuc Trong ​ເນັ້ນ​ຫນັກ​ວ່າ: ສະ​ຖາ​ບັນ ຄວນ​ເອົາ​ໃຈ​ໃສ່​ວຽກ​ງານ​ພາຍ​ໃນ, ກໍ່ສ້າງ​ອົງການ​ພັກ​ໃຫ້​​ເຂັ້ມ​ແຂງ, ປອດ​​ໃສ, ຍົກ​ສູງ​ຄຸນ​ນະພາ​ບພະນັກງານ, ສະມາຊິກ​ພັກ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະ​ຕິ​ສູນ​ກາງ​ພັກ​ຄັ້ງທີ 4 ຊຸດທີ 11, ສຳ​ເລັດ​ຫນ້າ​ທີ່ການ​ເມືອງ​ທີ່​ໄດ້​ຮັບ​ການ​ມອບ​ຫມາຍ.
ຂ່າວ/ບົດ​ອື່ນ