ທ່ານ​ເລ​ຂາທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ​ມາ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຈີນ ໄຫວ້​ອາ​ໄລ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ

(VOVWORLD) - ຕອນບ່າຍວັນທີ 20 ກໍລະກົດ, ຢູ່ປັກກິ່ງ (ຈີນ), ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດ ສາທາລະນະລັດປະຊາຊົນ ຈີນ, ປະທານຄະນະພັກກອງທັບສູນກາງ ຈີນ ສີຈີ້ນຜິງ ໄດ້ມາສະຖານທູດ ຫວຽດນາມ ປະຈຳ ຈີນ ໄຫວ້ອາໄລ, ແບ່ງປັນຄວາມເສົ້າສະຫຼົດໃຈຢ່າງລົ້ນເຫຼືອ ແລະ ຈົດໃສ່ປຶ້ມໄຫວ້ອາໄລຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ຫງວຽນຝູຈ້ອງ.
ທ່ານ​ເລ​ຂາທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ​ມາ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຈີນ ໄຫວ້​ອາ​ໄລ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ - ảnh 1ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດ ສາທາລະນະລັດປະຊາຊົນ ຈີນ, ປະທານຄະນະພັກກອງທັບສູນກາງ ຈີນ ສີຈີ້ນຜິງ  ພ້ອມດ້ວຍການນຳພັກ, ລັດ ຈີນ ເຂົ້າໄຫວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ (ພາບ: VOV)

ເຂົ້າໄຫວ້ອາໄລຍັງມີທ່ານ ຈາຍຈີ໊ ກຳມະການຜູ້ປະຈຳການກົມການເມືອງ, ເລຂາຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດ ຈີນ;  ທ່ານ ຫວາງອີ ກຳມະການກົມການເມືອງ, ຫົວໜ້າຫ້ອງການຄະນະກຳມະການພົວພັນຕ່າງປະເທດສູນກາງພັກ, ລັດຖະມົນຕີການຕ່າງປະເທດຈີນ; ທ່ານ ຫຼຽວແຈນຈາວ ກຳມະການສູນກາງພັກ, ຫົວໜ້າຄະນະປະສານງານພົວພັນຕ່າງປະເທດສູນກາງພັກກອມມູນິດ ຈີນ ພ້ອມດ້ວຍການນຳກະຊວງການຕ່າງປະເທດ, ຄະນະປະສານງານພົວພັນຕ່າງປະເທດສູນກາງພັກ ຈີນ.

ທ່ານ​ເລ​ຂາທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ​ມາ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຈີນ ໄຫວ້​ອາ​ໄລ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ - ảnh 2 ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ຈົດໃສ່ປຶ້ມໄຫວ້ອາໄລ (ພາບ: VOV)

ເມື່ອກ່າວຄຳເຫັນກັບທ່ານ ຟ້າມຊາວມາຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ຢັ້ງຢືນວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນນັກມາກຊິດ ຜູ້ໝັ້ນຄົງແນວແນ່, ແມ່ນການນຳຜູ້ຍິ່ງໃຫຍ່ຂອງພັກ ແລະ ປະຊາຊົນ ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ແກ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ນຳພາພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາດໄດ້ບັນດາຜົນງານອັນຍິ່ງໃຫຍ່ໃນພາລະກິດສ້າງລັດສັງຄົມນິຍົມ, ໄດ້ຮັບການສະໜັບສະໜູນ ແລະ ຄວາມຮັກແພງຈາກທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນ ຫວຽດນາມ. ຈີນ ຍາມໃດກໍ່ຈົດຈຳການປະກອບສ່ວນຢ່າງໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ “ທັງເປັນມິດສະຫາຍ, ທັງເປັນອ້າຍນ້ອງກັນ” ລະຫວ່າງສອງປະເທດ ຫວຽດນາມ - ຈີນ.

ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ກໍສະແດງຄຳຂອບອົກຂອບໃຈມາຍັງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ທີ່ໄດ້ເຂົ້າໄຫວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ແບ່ງປັນຄວາມເສົ້າສະຫຼົດໃຈກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ; ຂອບໃຈຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ ທີ່ໄດ້ສົ່ງສານແບ່ງປັນຄວາມເສົ້າສະຫຼົດໃຈມາຍັງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂດຍໄວ. ທ່ານເອກອັກຄະລັດຖະທູດກໍໄດ້ເນັ້ນໜັກວ່າ ຄາວຍັງມີຊີວິດຢູ່, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະຫງວນຫຼາຍນ້ຳໃຈ, ຄວາມສຸດຈິດສຸດໃຈ ແລະ ໄດ້ປະກອບສ່ວນສຳຄັນຫຼາຍຢ່າງແກ່ການພົວພັນລະຫວ່າງສອງພັກ, ສອງລັດ ຫວຽດນາມ - ຈີນ. ການພົວພັນລະຫວ່າງສອງພັກ, ສອງລັດ ໃນໄລຍະກວ່າ 10 ປີຜ່ານມາ ໄດ້ມີບາດກ້າວພັດທະນາຢ່າງກະໂດດຂັ້ນ, ກາຍເປັນປະຊາຄົມແບ່ງປັນອະນາຄົດທີ່ມີຄວາມໝາຍຍຸດທະສາດ, ໄດ້ຮັບການສະໜັບສະໜູນຂອງປະຊາຊົນສອງປະເທດ.

ກໍໃນວັນທີ 20 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ, ທ່ານປະທານສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ຈ້າວຫຼີຈຽນ, ທ່ານ ຫວາງຫູໜິງ  ປະທານຄະນະກຳມະການແຫ່ງຊາດຂອງກອງປະຊຸມສະພາການເມືອງປະຊາຊົນ ຈີນ ແລະ ບັນດາກຳມະການຜູ້ປະຈຳການກົມການເມືອງ ສູນກາງພັກກອມມູນິດ ຈີນ ກໍໄດ້ສົ່ງພວງມາລາອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ນັກຂ່າວ VOV  ປະຈຳ ຈີນ

ຕອບກັບ

ຂ່າວ/ບົດ​ອື່ນ