ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈ​ີນ ສິ​ຈິ້ນ​ຜິງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ

(VOVWORLD) - ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະບາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ນະຄອນຫຼວງ ປັກກິ່ງ ຕາມພິທີການສູງສຸດໃຫ້ແກ່ປະມຸກລັດ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສິຈິ້ນຜິງ ເປັນປະທານ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈ​ີນ  ສິ​ຈິ້ນ​ຜິງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສິຈິ້ນຜິງ ເປັນປະທານ ພິທີຕ້ອນຮັບທ່ານ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລິມ 

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ,  ປະທານປະເທດ ສາທາລະນະລັດ ປະຊາຊົນ ຈີນ ສິຈິ້ນຜິງ ແລະ ພັນລະຍາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດນະຄອນຫຼວງປັກກິ່ງ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ສາທາລະນະລັດ ປະຊາຊົນຈີນ ໃນລະຫວ່າງວັນທີ 18 ສິງຫາ ຫາວັນທີ 20 ສິງຫາ. ຕອນເຊົ້າວັນທີ 19 ສິງຫາ, ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະບາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ນະຄອນຫຼວງ ປັກກິ່ງ ຕາມພິທີການສູງສຸດໃຫ້ແກ່ປະມຸກລັດ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສິຈິ້ນຜິງ ເປັນປະທານ.

ຕອບກັບ

ຂ່າວ/ບົດ​ອື່ນ