ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ຈະ​ມາ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) -ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ  ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງ ພັກ ແລະ ລັດ ລາວ ຈະມາຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ໃນລະຫວ່າງວັນທີ 28 ຫາວັນທີ 29 ມິຖຸນາ 2021.

  ວັນທີ 23 ມິຖຸນາ, ຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດ ຫວຽດນາມ ໃຫ້ຮູ້ວ່າ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງ ພັກ ແລະ ລັດ ລາວ ຈະມາຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ໃນລະຫວ່າງວັນທີ 28 ຫາວັນທີ 29 ມິຖຸນາ 2021. ການຢ້ຽມຢາມຄັ້ງນີ້ ແມ່ນເພື່ອຕອບສະໜອງຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ພ້ອມດ້ວຍພັນລະຍາ ແລະ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ.

ຕອບກັບ

ຂ່າວ/ບົດ​ອື່ນ