ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຫວຽດ​ນາມ

(VOVWORLD) - ຕອນເຊົ້າວັນທີ 10 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມກັບພັນລະຍາ ທ່ານນາງ ນາລີ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ໄດ້ເດີນທາງມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມແຕ່ວັນທີ 10 -13 ກັນຍາ ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະພັນລະຍາ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຫວຽດ​ນາມ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພ້ອມກັບປະຊາຊົນນະຄອນຫຼວງ (ພາບ: VOV)

ມາຕ້ອນຮັບຄະນະຜູ້ແທນຢູ່ສະຫນາມບິນ ສາກົນໂນ້ຍບ່າຍລວມມີ: ທ່ານ ເລືອງເກື່ອງ, ຜູ້ປະຈຳການຄະນະເລຂາ, ທ່ານ ເລຮວ່າຍຈູງ, ຫົວຫນ້າຄະນະພົວພັນຕ່າງປະເທດ ສູນກາງ, ທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດ ພ້ອມກັບຜູ້ຕາງຫນ້າກະຊວງການຕ່າງປະເທດ ແລະ ນະຄອນ ຮ່າໂນ້ຍ. ຝ່າຍລາວ ເຂົ້າຮ່ວມຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ລວມມີ: ທ່ານ ບຸນທອງ ຈິດມະນີ, ຮອງປະທານປະເທດລາວ, ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຈັນສະຫມອນ ຈັນຍາລາດ, ທ່ານ ວິໄລ ຫລ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ສະເຫລີມໄຊ ກົມມະສິດ ພ້ອມກັບເຈົ້າຫນ້າທີ່ຂັ້ນສູງຫລາຍທ່ານ ຂອງສະພາແຫ່ງຊາດ, ລັດຖະບານ ແລະພັກປະຊາຊົນປະຕິວັດ ລາວ.

ການຢ້ຽມຢາມ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແມ່ນການຢ້ຽມຢາມຄັ້ງທີ 2 ນັບແຕ່ຕົ້ນອາຍຸການກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດ ລາວ (ເດືອນມັງກອນປີ 2021) ມາຮອດປະຈຸບັນ ແລະ ຖັດຈາກການຢ້ຽມຢາມທາງລັດຖະກິດຢູ່ ລາວ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ໃນຖານະເປັນປະທານປະເທດເມື່ອເດືອນ ກໍລະກົດ ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ