ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ຢ້ຽມຢາມທາງລັດຖະກິດ ຫວຽດນາມ

(VOVWORLD) - ການຢ້ຽມຢາມແມ່ນເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ພັກ, 2 ລັດ, ປັບປຸງການພົວພັນລະຫວ່າງເລຂາທິການໃຫຍ່, ປະທານປະເທດ 2 ທ່ານ ແລະ ການນຳຂັ້ນສູງຂອງ 2 ປະເທດ
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ຢ້ຽມຢາມທາງລັດຖະກິດ ຫວຽດນາມ - ảnh 1(ທ່ານ ເລຮ່ວາຍຈຸງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ)

        ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ວັນທີ 10 ກັນຍາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ. ການຢ້ຽມຢາມຈະດຳເນີນໄປຮອດວັນທີ 13 ກັນຍາ ຈະມາເຖິງ.

        ທ່ານ ເລຮ່ວາຍຈຸງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໃຫ້ຮູ້ວ່າ, ການຢ້ຽມຢາມແມ່ນເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ພັກ, 2 ລັດ, ປັບປຸງການພົວພັນລະຫວ່າງເລຂາທິການໃຫຍ່, ປະທານປະເທດ 2 ທ່ານ ແລະ ການນຳຂັ້ນສູງຂອງ 2 ປະເທດ ແລະ ຊຸກຍູ້ການພົວພັນໃນຫຼາຍດ້ານລະຫວ່າງ 2 ປະເທດ.

        “ເນື່ອງໃນໂອກາດນີ້, ການນຳ 2 ພັກ, 2 ລັດ ຈະແລກປ່ຽນຂໍ້ມູນກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ແລກປ່ຽນກ່ຽວກັບສະພາບການສາກົນ, ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນການຮ່ວມມືໃນໄລຍະຜ່ານມາ, ພິເສດແມ່ນວາງອອກທິດທາງ ເພື່ອຍົກສູງປະສິດທິຜົນການຮ່ວມມືໃນໄລຍະຈະມາເຖິງ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ຂອງ 2 ພັກ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.”

        ປະຈຸບັນ, ຫວຽດນາມ ມີ 241 ໂຄງການລົງທຶນຢູ່ ລາວ, ດ້ວຍຈຳນວນທຶນຈົດທະບຽນກວ່າ 5,5 ຕື້ USD, ຢືນອັນດັບທີ 3 ໃນຈຳນວນປະເທດ, ເຂດແຄ້ວນທີ່ລົງທຶນຢູ່ ລາວ. ວົງເງິນການຄ້າ ຫວຽດນາມ - ລາວ ໃນ 5 ເດືອນຕົ້ນປີ 2024 ບັນລຸ 779,6 ລ້ານ USD, ເພີ່ມຂຶ້ນ 11% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ