ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ: ວຽກ​ງາ​ນ​ປ້ອງ​ກັນ, ຕ້ານ​ການ​ສໍ​້​ລາດ​ບັງຫຼວງ ຍັງ​ສືບ​ຕ​ໍ່​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ແຮງ​ທີ່​ສຸດ

(VOVWORLD) -  ຕອນເຊົ້າວັນທີ 18 ມີນາ, ຢູ່ຮ່າໂນ້ຍ, ຄະນະປະຈຳ ຄະນະຊີ້ນຳສູນກາງ ກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໄດ້ຈັດຕັ້ງກອງປະຊຸມ ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ຫົວໜ້າຄະນະຊີ້ນຳ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ: ວຽກ​ງາ​ນ​ປ້ອງ​ກັນ, ຕ້ານ​ການ​ສໍ​້​ລາດ​ບັງຫຼວງ ຍັງ​ສືບ​ຕ​ໍ່​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ແຮງ​ທີ່​ສຸດ - ảnh 1ກອງປະຊຸມຂອງ  ຄະນະປະຈຳ ຄະນະຊີ້ນຳສູນກາງ ກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ພາບ: TTXVN)

ທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ ກອງປະຊຸມຄັ້ງນີ້ ບໍ່ພຽງແຕ່ຕີລາຄາກ່ຽວກັບໝາກຜົນທີ່ບັນລຸໄດ້ໃນໄລຍະ 2 ເດືອນຜ່ານມາ ຫາກຍັງຫວນຄືນການສົມທົບຂອງຄະນະຊີ້ນຳອີກດ້ວຍ. ທ່ານກ່າວວ່າ:

        “ອີກຄັ້ງໜຶ່ງ ສະແດງໃຫ້ເຫັນຄວາມຕັດສິນໃຈສູງໃນຂົງເຂດນີ້, ການຊີ້ນຳຢ່າງຂ້ຽວຂາດ, ແໜ້ນແຟ້ນ, ການສົມທົບທີ່ກົມກ່ຽວ ດ້ວຍບັນດາບາດກ້າວເດີນທີ່ມີແບບມີແຜນ ແລະ ສອດຄ່ອງ.  ນີ້ແມ່ນບົດຮຽນ, ປະສົບການຂອງພວກເຮົາ, ນີ້ກໍແມ່ນສາຍເຫດທີ່ນຳມາເຊິ່ງໝາກຜົນທີ່ໜ້າປະເອີບໃຈ ແລະ ສຳຄັນທີ່ສຸດແມ່ນຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນສູງຈາກປະຊາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ.”

        ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່, ປະທາປະເທດ ຫງວຽນຝູຈ້ອງ ຮຽກຮ້ອງໃຫ້ທຸກຂັ້ນ ຈົ່ງຍູ້ແຮງວຽກງານຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ດ້ວຍຄວາມຕັດສິນໃຈການເມືອງທີ່ສູງກວ່າ, ກະທຳຢ່າງແຮງກວ່າ, ຂ້ຽວຂາດ ແລະ ມີປະສິດທິຜົນກວ່າ ໃນທຸກຄະນະ, ຂະແໜງການ, ທຸກຂັ້ນ, ທຸກຂົງເຂດ; ຈັດຕັ້ງການຊາບຊຶມ, ຈັດຕັ້ງປະຕິບັດແຜນນະໂຍບາຍ, ໜ້າທີ່, ມາດຕະການກ່ຽວກັບການຕໍ່ສູ້ຕ້ານການສໍ້ລາດບັງຫຼວງຢ່າງເຂັ້ມງວດໂດຍໄວ; ຮຽກຮ້ອງໃຫ້ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ເພີ່ມທະວີການສົມທົບ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຍູ້ໄວຄວາມຄືບໜ້າການສືບສວນ, ສັ່ງຟ້ອງ, ພິພາກສາ… 

ຕອບກັບ

ຂ່າວ/ບົດ​ອື່ນ