ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ພົບປະກັບຄະນະນັກຮຽນ, ນັກສຶກສາດີເດັ່ນ

(VOVWORLD) -ຕອນບ່າຍວັນທີ 03 ພະຈິກ, ທີ່ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ມີການພົບປະກັບຄະນະນັກຮຽນ, ນັກສຶກສາດີ່ເດັ່ນ ສົກຮຽນ 2017 – 2018
ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ພົບປະກັບຄະນະນັກຮຽນ, ນັກສຶກສາດີເດັ່ນ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ພົບປະກັບຄະນະນັກຮຽນ, ນັກສຶກສາດີເດັ່ນ (ພາບ: TTXVN)

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເນັ້ນໜັ້ກວ່າ: ນັກຮຽນເກັ່ງ ແມ່ນຊັບສົມບັດຂອງປະເທດຊາດ ດັ່ງນັ້ນ ທ່ານມີຄວາມປາດຖະໜາວ່າ ຂະແໜງສຶກສາ ແລະ ບຳລຸງສ້າງ ຕ້ອງສຸດຈິດສຸດໃຈເອົາໃຈໃສ່ເຖິງການສຶກສາຮອບດ້ານໃຫ້ແກ່ບັນດາພວກຫຼານ, ທັງດ້ານຄຸນສົມບັດ, ພູມປັນຍາ, ກິລາກາຍະກຳ ແລະ ສິລະປະ, ພິເສດແມ່ນໃນເງື່ອນໄຂທີ່ປະເທດຊາດພວມເປີດປະຕູເຊື່ອມໂຍງເຂົ້າກັບສາກົນ ນັບມື້ນັບເລິກເຊິ່ງກວ້າງຂວາງ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ປາດຖະໜາວ່າ ຂະແໜງການສຶກສາ ແລະ ບຳລຸງສ້າງສືບຕໍ່ປ່ຽນແປງໃໝ່ຮອບດ້ານໃນການສຶກສາ ແລະ ບຳລຸງສ້າງ, ເພື່ອສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງການຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ ໃນສະພາບທີ່ເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ ແລະ ເຊື່ອມໂຍງເຂົ້າກັບສາກົນ; ສ້າງພື້ນຖານການສຶກສາຂອງປະເທດຕົນໃຫ້ນັບມື້ນັບພັດທະນາ, ທຽບເທົ່າກັບບັນດາປະເທດມະຫາອຳນາດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ