ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ອວຍພອນພະມະຫາກະສັດໄທຂຶ້ນຄອງລາດ

(VOVWORLD) - ເນື່ອງໃນໂອກາດເຈົ້າຊີວິດໄທ ມະຫາ ວະຈິຣາລົງກອນ ຂຶ້ນຄອງລາດຢ່າງເປັນທາງການ  ລາຊະການທີ 10 ຂອງ ລາຊະອານາຈັກ ໄທ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍອວຍພອນ.

ໃນຈົດໝາຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການປົກຄອງຂອງພະມະກາກະສັດ, ປະຊາຊົນ ໄທ ຈະສືບຕໍ່ຍາດໄດ້ຜົນງານອັນໃຫຍ່ຫລວງຫລາຍຢ່າງກ່ວາອີກ ໃນກິດຈະການສ້າງສາລາຊະອານາຈັກ ໄທ ໃຫ້ວັດທະນາຖາວອນ ແລະ ຈະເລີນຮຸ່ງເຮືອງ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ໄທ ຈະສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາ, ເພື່ອຜົນປະໂຫຍດລວມຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງປະຊາຄົມ ອາຊຽນ ກໍ່ຄືພາກພື້ນ ອາຊີ - ປາຊີຟິກ ແລະ ໃນໂລກ.

 

ຕອບກັບ

ຂ່າວ/ບົດ​ອື່ນ