ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫງວຽນ​ຝູ​ຈ້ອງ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ ແຫ່ງວັນ​ສ້າງ​ຕັ້ງ​ໂຮງ​ຮຽນ ມັດ​ທະ​ຍົມ​ຕອນ​ປາຍ ຫງວຽນ​ຢາ​ທ່ຽວ

(VOVWORLD) - ໂຮງຮຽນມັດທະຍົມຕອນປາຍ ຫງວຽນຢາທ່ຽວ ສູ້ຊົນຮອດປີ 2030 ໃຫ້ກາຍເປັນໂຮງຮຽນທີ່ມີຄຸນນະພາບສູງຕາມມາດຕະຖານລະດັບຊາດ; ຮອດປີ 2040 ໃຫ້ກາຍເປັນໂຮງຮຽນທີ່ມີຄຸນນະພາບສູງຕາມມາດຕະຖານລະດັບພາກພື້ນ ແລະ ສາກົນ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫງວຽນ​ຝູ​ຈ້ອງ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ ແຫ່ງວັນ​ສ້າງ​ຕັ້ງ​ໂຮງ​ຮຽນ ມັດ​ທະ​ຍົມ​ຕອນ​ປາຍ ຫງວຽນ​ຢາ​ທ່ຽວ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ມີຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມໂຮງຮຽນເກົ່າ (ພາບ: TTXVN) 

ຕອນເຊົ້າວັນທີ 14 ພະຈິກ, ຢູ່ຮ່າໂນ້ຍ, ໂຮງຮຽນມັດທະຍົມຕອນປາຍ ຫງວຽນຢາທ່ຽວ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງ (1950 - 2020) ແລະ ຮັບຫຼຽນໄຊ ເອກະລາດ ຊັ້ນ 3. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມພິທີດັ່ງກ່າວ ແລະ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມໂຮງຮຽນເກົ່າ - ເຊິ່ງເປັນໜຶ່ງໃນບັນດາໂຮງຮຽນທີ່ມີມູນເຊື້ອປະຫວັດສາດ ແລະ ດີເດັ່ນຂອງຂະແໜງການສຶກສານະຄອນຫຼວງ. ທ່ານກ່າວວ່າ:

        “ສຳລັບຂ້າພະເຈົ້າແລ້ວ, ນີ້ແມ່ນໂຮງຮຽນທີ່ໄດ້ສ້າງຂີດໝາຍຫຼາຍຢ່າງ ແລະ ມີຄວາມຊົງຈຳຫຼາຍຢ່າງທີ່ບໍ່ອາດຫຼົງລືມໄດ້, ໂດຍເປັນນັກຮຽນຄົນໜຶ່ງທີ່ໄດ້ຮຽນຢູ່ໂຮງຮຽນແຫ່ງນີ້ເປັນເວລາ 6 ປີຢ່າງລຽນຕິດແຕ່ປີ 1957 1963, ໄດ້ຮັບການສຶກສາຮ່ຳຮຽນ - ສິດສອນດ້ວຍຄວາມສຸດຈິດສຸດໃຈຈາກອ້າຍຄູເອື້ອຍຄູຢູ່ທີ່ນີ້, ຈາກສ່ວນເລິກຂອງຫົວໃຈ, ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ການສິດສອນ, ຝຶກຝົນຫຼໍ່ຫຼອມຂອງໂຮງຮຽນ, ຂອງອ້າຍເອື້ອຍຄູ ແລະ ການຊ່ວຍເຫຼືອຂອງພະນັກງານພາລະກອນ ແລະ ການອູ້ມຊູຊ່ວຍເຫຼືອ, ການສົມທົບກັນຂອງໝູ່ເພື່ອນໃນຊຸດຮຽນດຽວກັນ ທີ່ມີຕໍ່ພວກຂ້າພະເຈົ້າ”.

        ໂຮງຮຽນມັດທະຍົມຕອນປາຍ ຫງວຽນຢາທ່ຽວ ສູ້ຊົນຮອດປີ 2030 ໃຫ້ກາຍເປັນໂຮງຮຽນທີ່ມີຄຸນນະພາບສູງຕາມມາດຕະຖານລະດັບຊາດ; ຮອດປີ 2040 ໃຫ້ກາຍເປັນໂຮງຮຽນທີ່ມີຄຸນນະພາບສູງຕາມມາດຕະຖານລະດັບພາກພື້ນ ແລະ ສາກົນ.


ຕອບກັບ

ຂ່າວ/ບົດ​ອື່ນ