ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມ ຄະນະປະຈໍາ ອະນຸກໍາມະການເອກະສານກອງປະຊຸມໃຫຍ່ ຄັ້ງທີ 13

(VOVWORLD) -ການສ້າງບັນດາເອກະສານກອງປະຊຸມໃຫຍ່ ຄັ້ງທີ 13 ແມ່ນວິວັດການສະຫຼຸບການເຄື່ອນໄຫວພຶດຕິກໍາຕົວຈິງ, ຄົ້ນຄວ້າທິດສະດີ ຮຽກຮ້ອງຕ້ອງຊາບຊຶມບັນດາທັດສະນະຢ່າງພາວະວິໄສ, ຮອບດ້ານ, ພັດທະນາ, ພຶດຕິກໍາຕົວຈິງ ແລະ ປະຫວັດສາດ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມ ຄະນະປະຈໍາ ອະນຸກໍາມະການເອກະສານກອງປະຊຸມໃຫຍ່ ຄັ້ງທີ 13 - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມ ຄະນະປະຈໍາ ອະນຸກໍາມະການເອກະສານກອງປະຊຸມໃຫຍ່ ຄັ້ງທີ 13 (ພາບ: TTXVN)

ຕອນບ່າຍວັນທີ 05 ທັນວາ, ຢູ່ສໍານັກງານສູນກາງພັກ, ຄະນະປະຈໍາອະນຸກໍາມະການເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ດໍາເນີນກອງປະຊຸມວາລະທໍາອິດ, ເພື່ອປະກອບຄໍາເຫັນກ່ຽວກັບແຜນການເຄື່ອນໄຫວຂອງອະນຸກໍາມະການເອກະສານ, ຄະນະປະຈໍາອະນຸກໍາມະການເອກະສານ ແລະ ບາງເນື້ອໃນທີ່ກ່ຽວຂ້ອງເຖິງວິວັດການສ້າງບັນດາເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຫົວໜ້າອະນຸກໍາມະການເອກະສານເປັນປະທານກອງປະຊຸມ.

        ກ່າວຄໍາເຫັນທີ່ວາລະສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຫົວໜ້າອະນຸກໍາມະການ ເອກະສານ ໄດ້ໃສ່ໃຈເຖິງບາງບັນຫາສໍາຄັນໃນໄລຍະກະກຽມບັນດາເອກະສານ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຮຽກຮ້ອງວ່າ ຄວນກໍາແໜ້ນ ແລະ ແກ້ໄຂບັນດາການພົວພັນລະຫວ່າງຄວາມຢຶດໝັ້ນ ແລະ ການໝູນໃຊ້ຫົວຄິດປະດິດສ້າງ ໃຫ້ເປັນຢ່າງດີ. ນັ້ນແມ່ນຢຶດໝັ້ນ ແລະ ໝູນໃຊ້ລັດທິ ມາກ - ເລນິນ, ແນວຄິດໂຮ່ຈີມິນ ຢ່າງມີຫົວຄິດປະດິດສ້າງ; ຢຶດໝັ້ນເປົ້າໝາຍເອກະລາດຊົນຊາດ ແລະ ລັດທິສັງຄົມນິຍົມ. ຢຶດໝັ້ນຕໍ່ແນວທາງປ່ຽນແປງໃໝ່; ຢຶດໝັ້ນຕໍ່ການຊີ້ນໍານໍາພາຂອງພັກ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ນັ້ນໜັກວ່າ ການສ້າງບັນດາເອກະສານກອງປະຊຸມໃຫຍ່ ຄັ້ງທີ 13 ແມ່ນວິວັດການສະຫຼຸບການເຄື່ອນໄຫວພຶດຕິກໍາຕົວຈິງ, ຄົ້ນຄວ້າທິດສະດີ ຮຽກຮ້ອງຕ້ອງຊາບຊຶມບັນດາທັດສະນະຢ່າງພາວະວິໄສ, ຮອບດ້ານ, ພັດທະນາ, ພຶດຕິກໍາຕົວຈິງ ແລະ ປະຫວັດສາດ. ດັ່ງນັ້ນ, ຕ້ອງເສີມຂະຫຍາຍ ປະຊາທິປະໄຕ, ເສີມຂະຫຍາຍພູມປັນຍາລວມໝູ່ໃນວິວັດການສ້າງເອກະສານ.

ຕອບກັບ

ຂ່າວ/ບົດ​ອື່ນ