ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ສິ້ນສຸດ ການຢ້ຽມຢາມທາງລັດຖະກິດຢູ່ ກໍາປູເຈຍ ຢ່າງຈົບງາມ

(VOVWORLD) -.ປະຊາຊົນກໍາປູເຈຍ ຍາມໃດກໍຈົດຈໍາ ແລະ ຮູ້ບຸນຄຸນ ການຊ່ວຍເຫຼືອອັນບໍລິສຸດຜຸດຜ່ອງ ແລະ ມີປະສິດທິຜົນຂອງ ຫວຽດນາມ ໃນໄລຍະປົດປ່ອຍປະເທດ, ສ້າງສາ ແລະ ພັດທະນາປະເທດຊາດ ກໍາປະເຈຍ.

ຕອນບ່າຍວັນທີ 26 ກຸມພາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ອອກຈາກນະຄອນຫຼວງພະນົມເປັນ, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ລາຊະອານາຈັກກໍາປູເຈຍ ຢ່າງຈົບງາມ. ສິ້ນສຸດການຢ້ຽມຢາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ໄດ້ສົ່ງໂທລະເລກສະແດງຄວາມຂອບອົກຂອບໃຈເຖິງ ພະບາດສົມເດັດພະບໍລົມມະນຽດ ລາຊະອານາຈັກ ກໍາປູເຈຍ ແລະ ສະແດງຄວາມເຊື່ອໝັ້ນວ່າ ການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ທີ່ມີມາແຕ່ດົນນານລະຫວ່າງສອງປະເທດ ຈະພັດທະນາຢ່າງບໍ່ຢຸດຢັ້ງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ສິ້ນສຸດ ການຢ້ຽມຢາມທາງລັດຖະກິດຢູ່ ກໍາປູເຈຍ ຢ່າງຈົບງາມ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ພົບປະກັບ ທ່ານປະທານພັກປະຊາຊົນ ກໍາປູເຈຍ, ນາຍົກລັດຖະມົນຕີແຫ່ງ ລາຊະອານາຈັກກໍາປູເຈຍ Samdech Hun Sen (ພາບ: TTXVN)

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 26 ກຸມພາ, ຢູ່ນະຄອນຫຼວງພະນົມເປັນ, ລາຊະອານາຈັກກໍາປູເຈຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ໄດ້ມີການພົບປະກັບ ທ່ານປະທານພັກປະຊາຊົນ ກໍາປູເຈຍ, ນາຍົກລັດຖະມົນຕີແຫ່ງ ລາຊະອານາຈັກກໍາປູເຈຍ Samdech Hun Sen. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ Samdech Hun Sen ກໍໄດ້ຢັ້ງຢືນເຖິງຄວາມໝາຍ ຂອງການຢ້ຽມຢາມ, ພ້ອມທັງຢັ້ງຢືນວ່າ ປະຊາຊົນກໍາປູເຈຍ ຍາມໃດກໍຈົດຈໍາ ແລະ ຮູ້ບຸນຄຸນ ການຊ່ວຍເຫຼືອອັນບໍລິສຸດຜຸດຜ່ອງ ແລະ ມີປະສິດທິຜົນຂອງ ຫວຽດນາມ ໃນໄລຍະປົດປ່ອຍປະເທດ, ສ້າງສາ ແລະ ພັດທະນາປະເທດຊາດ ກໍາປະເຈຍ.

ສ່ວນທ່ານເລຂາທິການໃຫຍ່ ກໍຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນ ແລະ ບຸລິມະສິດຢ່າງສູງ ຕໍ່ການປັບປຸງ, ເພີ່ມທະວີການພົວພັນກັບ ລາຊະອານາຈັກກໍາປູເຈຍ ແລະ ພັກປະຊາຊົນກໍາປູເຈຍ ໃຫ້ນັບມື້ນັບພັດທະນາ ແລະ ກ້າວເຂົ້າສູ່ລວງເລິກ, ມີສະຖຽນລະພາບ ແລະ ໝັ້ນຄົງ. ທ່ານເນັ້ນໜັກວ່າ ພັກ, ລັດ, ປະຊາຊົນຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ແລະ ພ້ອມກັບ ພັກປະຊາຊົນກໍາປູເຈຍ, ລັດ ແລະ ປະຊາຊົນກໍາປູເຈຍ ຮັກສາ ແລະ ເພີ່ມພູນຄູນສ້າງການພົວພັນຖານບ້ານໃກ້ເຮືອນຄຽງກັບ ກໍາປູເຈຍ.

ພາຍຫຼັງການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງແລະ ທ່ານນາຍົກລັດຖະມົນຕີ Samdech Hun Sen ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືລະຫວ່າງສອງປະເທດ, ໃນນັ້ນມີອະນຸສັນຍາປະຕິບັດສັນຍາຂົນສົ່ງທາງບົກລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ກໍາປູເຈຍ; ຂໍ້ຕົກລົງລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ແລະ ກະຊວງການຄ້າ ກໍາປູເຈຍ ກ່ຽວກັບການຊຸກຍູ້ການຄ້າສອງຝ່າຍ ຫວຽດນາມ -ກໍາປູເຈຍ ໄລຍະ 2019 – 2020; ບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືລະຫວ່່າງ ບໍລິສັດໃຫຍ່ການບິນຫວຽດນາມ ກັບ ກະຊວງທ່ອງທ່ຽວ ກໍາປູເຈຍ ກ່ຽວກັບ ການຮ່ວມມືດ້ານການທ່ອງທ່ຽວ 2019 -2021.

ຕອບກັບ

ຂ່າວ/ບົດ​ອື່ນ