ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ຫງວຽນຝູຈ້ອງ ມອບ​ເຄື່ອງໝາຍ ພັກ ​ໃຫ້​ແກ່​ພະນັກງານ​ຂັ້ນ​ສູງ​ແຫ່ງ​ລັດ

(VOVWORLD) - ວັນທີ 8 ມັງກອນ, ຢູ່ທໍານຽບປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ມອບເຄື່ອງໝາຍສະມາຊິກພັກ ຄົບຮອບ 60 ປີ ໃຫ້ແກ່ທ່ານ ເຈິ່ນດຶກເລືອງ, ອະດີດກໍາມະການກົມການເມືອງ, ອະດີດປະທານປະເທດ; ມອບເຄື່ອງໝາຍເປັນສະມາຊິກພັກຄົບຮອບ 40 ປີ ໃຫ້ແກ່ທ່ານນາງ ດັ້ງທິງອກທິ້ງ,ກໍາມະການສູນກາງພັກ ກອມມູນິດຫວຽດນາມ, ຮອງປະທານປະເທດ.
ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ຫງວຽນຝູຈ້ອງ ມອບ​ເຄື່ອງໝາຍ ພັກ ​ໃຫ້​ແກ່​ພະນັກງານ​ຂັ້ນ​ສູງ​ແຫ່ງ​ລັດ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ມອບເຄື່ອງໝາຍສະມາຊິກພັກ ຄົບຮອບ 60 ປີ ໃຫ້ແກ່ທ່ານ ເຈິ່ນດຶກເລືອງ, ອະດີດກໍາມະການກົມການເມືອງ, ອະດີດປະທານປະເທດ 

        ເຄື່ອງໝາຍ ແມ່ນລາງວັນອັນສູງສົ່ງ, ໂດຍໄດ້ຮັບການຮັບຮອງຈາກພັກກອມມູນິດຫວຽດນາມ ທີ່ສະຫງວນໃຫ້ແກ່ບັນດາຜົນງານ ແລະ ການອຸທິດສ່ວນຂອງທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ແລະ ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ. ໃນວິວັດການເຄື່ອນໄຫວ, ເຖິງວ່າຢູ່ໃນຖານະຕໍາແໜ່ງໃດກໍຕາມ, ແຕ່ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ແລະ ທ່ານນາງຮອງປະທານປະເທດ ດັ້ງທິງອກທີ້ງ ກໍຍົກສູງລັກສະນະປະຈັນບານ ແລະ ເປັນແບບຢ່າງຂອງສະມາຊິກພັກ, ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ສຸດຈິດສຸດໃຈຮັບໃຊ້ພາລະກິດແຫ່ງການປະຕິວັດອັນສະຫງ່າງາມຂອງພັກ ແລະ ຂອງປະເທດຊາດ, ປະຕິບັດສໍາເລັດບັນດາໜ້າທີ່ທີ່ໄດ້ຮັບການມອບໝາຍ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ຂອງປະເທດຊາດ ແລະ ປະຊາຊົນ. 

ຕອບກັບ

ຂ່າວ/ບົດ​ອື່ນ