ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽ​ນ​ຝຸ​ຈ້ອງໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ເຂົ້າ​​ຍືນ​ສານ​ຕາ​ຕັ້ງ

(VOVWORLD) - ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມຢັ້ງຍືນວ່າ ລັດຫວຽດນາມ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາເອກອັກຄະລັດຖະທູດປະຕິບັດສຳເລັດບັນດາໜ້າທີ່ຂອງຕົນເປັນຢ່າງດີ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽ​ນ​ຝຸ​ຈ້ອງໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ເຂົ້າ​​ຍືນ​ສານ​ຕາ​ຕັ້ງ - ảnh 1

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງໃຫ້ການຕ້ອນຮັບທ່ານ Warnery Nicolas. Manuel. Jerome ເອກອັກຄະລັດຖະທູດ ສ.ຝລັ່ງ ເຂົ້າຍືນສານຕາຕັ້ງ (ພາບ:TTXVN)

ຕອນເຊົ້າວັນທີ 6 ຕຸລາ, ຢູ່ສຳນັກງານປະທານປະເທດ,ເອກອັກຄະລັດຖະທູດຜູ້ມີອຳນາດເຕັມບັນດາປະເທດລວມມີ: ລາຊະອານາຈັດ ຊຸແອດ, ສ. ຝລັ່ງ, ສະຫະພາບເອີລົບ, ໄອແລນ, ສີລັງກາ, ລາຊະອານາຈັກ ບາເຣັນ, ອັງໂກລາ, ສປປ. ລາວ, ສ. ອຸດສະເບກິດສຖານ, ສ.ເກົາຫຼີ, ສ. ຕັງຊານີ ເຂົ້າຍືນສານຕາຕັ້ງເຖິງ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸ້ຈ້ອງ, ເນື່ອງໃນໂອກາດມາຮັບດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ຢູ່ ຫວຽດນາມ.

        ທີ່ການຕ້ອນຮັບບັນດາເອກອັກຄະລັດຖະທູດພາຍຫຼັງພິທີຍືນສານຕາຕັ້ງ, ທ່ານ ຫງວຽນຝຸຈ້ອງໄດ້ສະແດງຄວາມພາກພູນໃຈຕໍ່ການພົວພັນອັນດີງາມ ແລະ ພວມພັດທະນາຕາມທິດຕັ້ງໜ້າລະຫວ່າງ ຫວຽດນາມ ແລະ ບັນດາປະເທດເຊິ່ງບັນດາທ່ານເອກອັກຄະລັດຖະທູດເປັນຜູ້ຕາງໜ້າ. ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມຢັ້ງຢືນວ່າ ລັດຫວຽດນາມ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາເອກອັກຄະລັດຖະທູດປະຕິບັດສຳເລັດບັນດາໜ້າທີ່ຂອງຕົນເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ