ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ​ ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ​ຕ້ອນ​ຮັບ, ເຈ​ລະ​ຈາ ກັບ​ ​ທ່ານ​ Kim Jong-Un ປະ​ທານ ສ​ປ​ປ.ເກົາຫຼີ

(VOVWORLD) -ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານ  Kim Jong-Un ປະທານ ສປປ.ເກົາຫຼີເປັນຂີດໝາຍສຳຄັນໃນປະຫວັດສາດການພົວພັນລະຫວ່າງສອງພັກ, ສອງລັດ;
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ​ ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ​ຕ້ອນ​ຮັບ, ເຈ​ລະ​ຈາ ກັບ​ ​ທ່ານ​ Kim Jong-Un ປະ​ທານ ສ​ປ​ປ.ເກົາຫຼີ - ảnh 1 ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມເຈລະຈາກັບທ່ານ Kim Jong-Un ປະທານພັກແຮງງານ ສປປ.ເກົາຫຼີ

ໂດຍໄດ້ຮັບຄຳເຊີນຂອງທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ, ທ່ານ Kim Jong-Un ປະທານພັກແຮງງານ ສປປ.ເກົາຫຼີ, ປະທານຄະນະກຳມະການປ້ອງກັນປະເທດ ປະເທດ ສາທາລະນະລັດ ປະຊາທິປາໄຕ ປະຊາຊົນ ເກົາຫຼີ ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ.

        ໃນຕອນບ່າຍວັນທີ 1 ມີນາ, ພິທີຕ້ອນຮັບທ່ານ Kim Jong-Un ປະທານ ສປປ.ເກົາຫຼີ ໄດ້ຈັດຕັ້ງຕາມພິທີສູງສຸດສຳລັບ ປະມຸກລັດໂດຍ ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ເປັນເຈົ້າພາບພິທີຕ້ອນຮັບ. ພາຍຫຼັງພິທີຕ້ອນຮັບ ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະ ທ່ານ Kim Jong-Un ປະທານ ສປປ.ເກົາຫຼີ ໄດ້ດຳເນີນການເຈລະຈາຢູ່ສຳນັກງານ ປະທານປະເທດ.

        ຕາງໜ້າພັກ,ລັດ ແລະ ປະຊາຊົນ ຫວຽດນາມ, ທ່ານ ຫງວຽນຟູຈ້ອງ ໄດ້  ຊົມເຊີຍທ່ານ Kim Jong-Un ໃນໂອກາດມາຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ, ຢັ້ງຢືນການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານ  Kim Jong-Un ປະທານ ສປປ.ເກົາຫຼີເປັນຂີດໝາຍສຳຄັນໃນປະຫວັດສາດການພົວພັນລະຫວ່າງສອງພັກ, ສອງລັດ; ພ້ອມທັງເປັນໂອກາດທີ່ດີ ເພື່ອໃຫ້ການນຳສອງປະເທດແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການຂອງແຕ່ລະປະເທດ, ແລກປ່ຽນກ່ຽວກັບການປັບປຸງ, ພັດທະນາການພົວພັນສອງຝ່າຍ, ກໍ່ຄືບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        ທ່ານຫງວຽນຟູຈ້ອງເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ອວຍພອນບັນດາຜົນສຳເລັດອັນໃຫຍ່ຫຼວງເຊິ່ງປະຊາຊົນ ສປປ.ເກົາຫຼີບັນລຸໄດ້ໃນພາລະກິດສ້າງສາ, ພັດທະນາປະເທດຊາດ ແລະ ເຊື່ອໝັ້ນວ່າພາຍໃຕ້ການຊິ້ນຳຂອງພັກແຮງງານ ສປປ.ເກົາຫຼີ, ໂດຍ ທ່ານ Kim Jong-Un ນຳພາ, ປະຊາຊົນ ສປປ.ເກົາຫຼີຈະສືບຕໍ່ບັນລຸໄດ້ຜົນສຳເລັດອັນໃຫຍ່ຫຼວງກ່ວາອີກໃນພາລະກິດການກໍ່ສ້າງສັງຄົມນິຍົມ, ພັດທະນາປະເທດຊາດ ແລະ ຍົກສູງຊີວິດການເປັນຢູ່ໃຫ້ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ